ຂ່າວສານ

ອິນ​ໂດ​ເນ​ເຊຍ ຈະ​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ຂອງ​ນະ​ຄອນຫຼວງ​ໃໝ່​ໃຫ້​ສົມ​ບູນ​ແບບ​ກ່ອນ​ວັນ​ຊາດ ປີ 2024

ນະຄອນຫຼວງໃໝ່ໄດ້ເຕົ້າໂຮມບັນດາປັດໄຈຢ່າງຄົບຖ້ວນກ່ຽວກັບເຕັກນິກທັນສະໄໝ, ລະບົບປົກປັກຮັກສາສິ່ງແວດລ້ອມ ແລະ ບັນດາຄວາມສະດວກທີ່ສຸດຂອງນະຄອນແຫ່ງອະລິຍະທຳ ແລະ ທັນສະໄໝ
  ພາບປະກອບ: TTXVN  
ກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນທີ 24 ພຶດສະພາ, ຢູ່ຈາກາຕາ, ທ່ານລັດຖະມົນຕີຮັບຜິດຊອບກິດຈະກຳສາທາລະນະ ແລະ ເຮືອນຢູ່ ອິນໂດເນເຊຍ Basuki Hadimuljono  ປະກາດວ່າ ປະເທດນີ້ຈະ ສ້າງບັນດາພື້ນຖານໂຄງລ່າງຫຼັກຂອງນະຄອນຫຼວງໃໝ່ Nusantara ໃຫ້ສົມບູນແບບກ່ອນວັນຊາດຂອງປະເທດນີ້ໃນປີ 2024. ທ່ານ Basuki ເນັ້ນໜັກວ່າ ນະຄອນຫຼວງໃໝ່ໄດ້ເຕົ້າໂຮມບັນດາປັດໄຈຢ່າງຄົບຖ້ວນກ່ຽວກັບເຕັກນິກທັນສະໄໝ, ລະບົບປົກປັກຮັກສາສິ່ງແວດລ້ອມ ແລະ ບັນດາຄວາມສະດວກທີ່ສຸດຂອງນະຄອນແຫ່ງອະລິຍະທຳ ແລະ ທັນສະໄໝ. ລັດຖະບານອິນໂດເນເຊຍ ກໍ່ໄດ້ຮຽກຮ້ອງບັນດາບໍລິສັດເອກະຊົນ, ວິສາຫະກິດຕ່າງປະເທດຄົ້ນຄ້ວາໂອກາດມາລົງທຶນຢູ່ນະຄອນຫຼວງໃໝ່ນີ້.

top