• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອິນໂດເນເຊຍປະຕິເສດການເຈລະຈາກັບຈີນກ່ຽວກັບບັນຫາທະເລຕາເວັນອອກ

      ອິນໂດເນເຊຍ ບໍ່ຖະແຫຼງທິປະໄຕກັບຈີນ ສະນັ້ນ, ບໍ່ໄດ້ເຂົ້າຮ່ວມບໍ່ວ່າການເຈລະຈາໃດໆກ່ຽວກັບການແບ່ງຂັ້ນຊາຍແດນທາງທະເລ
      ເພື່ອໂຕ້ຕອບເລື່ອງອິນໂດເນເຊຍ ສົ່ງຈົດໝາຍທາງການຕໍ່ສະຫະປະຊາຊາດເມື່ອວັນທີ 26 ພຶດສະພາ ໂດຍໄດ້ປະຕິເສດບັນດາຄຳຮຽກສິດຂອງຈີນ ຢູ່ທະເລຕາເວັນອອກ, ວັນທີ 02 ມິຖຸນາ, ລັດຖະບານຈີນ ກໍ່ໄດ້ສົ່ງຈົດໝາຍທາງການຕໍ່ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ເພື່ອປະຕິເສດເນື້ອໃນໃນຈົດໝາຍທາງການຂອງດິນໂດເນເຊຍ. ໃນເວລາດຽວກັນ, ຝ່າຍຈີນ ຖະແຫຼງວ່າ ພ້ອມແລ້ວທີ່ຈະແກ້ໄຂບັນດາຄຳຮຽກສິດອະທິປະໄຕທັບຊ້ອນ ຜ່ານການເຈລະຈາກັບອິນໂດເນເຊຍ. ຈີນ ຢາກຮ່ວມມືກັບອິນໂດເນເຊຍ ເພື່ອຮັກສາສັດຕິພາບ ແລະ ສະຖຽນລະພາບຢູ່ທະເລຕາເວັນອອກ.
      ຕໍ່ໜ້າຄຳສະເໜີເຈລະຈາຂອງຈີນ, ທ່ານ Damos Agusman, ຫົວໜ້າກົມກົດໝາຍ ແລະ ສົນທິສັນຍາສາກົນ, ກະຊວງການຕ່າງປະເທດອິນໂດເນເຊຍ ຖືວ່າ, “ໂດຍອີງໃສ່ສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982, ອິນໂດເນເຊຍ ບໍ່ຖະແຫຼງທິປະໄຕກັບຈີນ ສະນັ້ນ, ບໍ່ໄດ້ເຂົ້າຮ່ວມບໍ່ວ່າການເຈລະຈາໃດໆກ່ຽວກັບການແບ່ງຂັ້ນຊາຍແດນທາງທະເລ”. ທ່ານກໍ່ເນັ້ນໜັກວ່າ, ໃນຖະແຫຼງການຢ່າງເປັນທາງການໃນເດືອນ ມັງກອນ 2020, ອິນໂດເນເຊຍ ໄດ້ຢືນຢັນວ່າ ບໍ່ມີການຂັດແຍ້ງອະທິປະໄຕກັບຈີນ ຢູ່ທະເລຕາເວັນອອກ.
(ແຫຼ່ງຄັດຈາກ VOV)

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ບົນພື້ນຖານການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ຫວຽດນາມ - ລາວ, ກວ່າ 2 ທົດສະວັດຜ່ານມາ, ສະຖາບັນຍຸຕິທຳ ຫວຽດນາມ ແລະ ສະຖາບັນຍຸຕິທຳລາວ ໄດ້ພ້ອມກັນຂຽນຕໍ່ເລື່ອງລາວທີ່ດີງາມກ່ຽວກັບການແບ່ງປັນພູມປັນຍາ, ການໜູນຊ່ວຍເຊິ່ງກັນແລະກັນ ໃນພາລະກິດ ກໍ່ສ້າງຖັນແຖວພະນັກງານກົດໝາຍໃຫ້ໝັ້ນຄົງເຂັ້ມແຂງ. ຈາກບັນດາການຢ້ຽມຢາມຄັ້ງທຳອິດ, ບັນດາຊຸດຮຽນທີ່ງ່າຍດາຍໃນຕົ້ນຊຸມປີ 2000, ຕະຫຼອດຮອດບັນດາໂຄງການຮ່ວມມືຂະໜາດໃຫຍ່, ການພົວພັນນັ້ນໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງດ້ວຍນ້ຳໃຈສະຫາຍ, ອ້າຍນ້ອງທີ່ສະໜິດຕິດພັນ.

Top