• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອິນໂດເນເຊຍ ສືບຕໍ່ວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງ ອຸບັດຕິເຫດຍົນຕົກ

      ວັນທີ 30 ຕຸລາ, ກອງກຳລັງກູ້ໄພກູ້ຊີບ ອິນໂດເນເຊຍ ສືບຕໍ່ຊອກໄດ້ຊິ້ນສ່ວນສົບຂອງຜູ້ປະສົບໄພຕື່ມອີກ ແລະ ວັດຖຸທີ່ກ່ຽວຂ້ອງຫຼາຍຢ່າງ ຢູ່ບໍລິເວນຍົນຕົກ. ແຕ່ເຖິງຢ່າງໃດກໍ່ຕາມ, ຄວາມສາມາດໃນການຄົ້ນພົບຜູ້ລອດຊີວິດ ແມ່ນຖືວ່າບໍ່ມີ ຍ້ອນແຮງກະທົບຈາກຍົນຕົກລົງແມ່ນເຂດທະເລ ເລິກ 30-40 ແມັດ ຢູ່ເຂດນອກຝັ່ງເກາະ ຈາວາ ຂອງ ອິນໂດເນເຊຍ ແມ່ນແຮງທີ່ສຸດ.

ກອງກຳລັງກູ້ໄພກູ້ຊີບ ອິນໂດເນເຊຍ ສືບຕໍ່ຊອກໄດ້ຊິ້ນສ່ວນສົບຂອງຜູ້ປະສົບໄພຕື່ມອີກ ແລະ ວັດຖຸທີ່ກ່ຽວຂ້ອງຫຼາຍຢ່າງ
ຢູ່ບໍລິເວນຍົນຕົກ. 
(ພາບ: THX/ TTXVN)
      ຕາມລາຍງານຫຼ້າສຸດ ຂອງຄະນະກຳມະການຄວາມປອດໄພທາງຄົມມະນາຄົມແຫ່ງຊາດ ອິນໂດເນເຊຍ, ເມື່ອວັນທີ 30 ຕຸລາ ໃຫ້ຮູ້ວ່າ: ພຽງແຕ່ 2 ນາທີ ພາຍຫຼັງຍົນຂຶ້ນ, ຍົນ Boeing 737 Max 8 ໄດ້ປະສົບບັນຫາທາງດ້ານເຕັກນິກ ແລະ ຈຸບິນ ໄດ້ຮຽກຮ້ອງໃຫ້ສະຖານີຄວບຄຸມການສັນຈອນທາງອາກາດ ຢູ່ສະໜາມບິນ ຈາກາຕາ ອະນຸຍາດໃຫ້ຍົກລະດັບຄວາມສູງ ຈາກປະມານ 500 ແມັດ ຂຶ້ນເປັນ 1.500 ແມັດ. ຄຳຮຽກຮ້ອງນີ້ໄດ້ຮັບຄວາມເຫັນດີ, ແຕ່ຍົນພັດຕົກລົງໃນເວລາ 11 ນາທີຫຼັງຈາກນັ້ນ. ຕາມຄະນະກຳມະການຄວມປອດໄພທາງຄົມມະນາຄົມແຫ່ງຊາດ ອິນໂດເນເຊຍ, ມີຜູ້ໂດຍສານຜູ້ໃຫຍ່ 178 ຄົນ, ເດັກນ້ອຍ 1 ຄົນ ແລະ ເດັກແດງ 2 ຄົນ, ນັກບິນ 2 ຄົນ ແລະ ສະມາຊິຈຸບິນ 6 ຄົນ ຢູ່ເທິງຖ້ຽວບິນດັ່ງກ່າວ. ໃນຈຳນວນຜູ້ປະສົບໄພມີ 20 ຄົນທີ່ເປັນພະນັກງານ ເຮັດວຽກໃຫ້ແກ່ກະຊວງການເງີນ ອິນໂດເນເຊຍ ແລະ ມີນັກແຂ່ງລົດຖີບອາຊີບ ຄົນອີຕາລີ ຊື່ວ່າ Andrea Manfredi .
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

ຫວຽດ​ນາມ ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​​ປ້ອງກັນ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ເນັດ

“ສົນທິສັນຍາ ຮ່າໂນ້ຍ”, ເອກະສານນິຕິກຳສະບັບທຳອິດຂອງ ສປຊ ກ່ຽວກັບການຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ ທີ່ໄດ້ຮັບຮອງໂດຍສະມັດຊາໃຫຍ່ ສປຊ ໃນວັນທີ 24 ທັນວາ 2024 ແລະ ໄດ້ເປີດພິທີລົງນາມຢ່າງເປັນທາງການ ຢູ່ຮ່າໂນ້ຍໃນວັນທີ 25 – 26 ຕຸລາ 2025, ພາຍໃຕ້ການເປັນປະທານຮ່ວມຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ແລະ ທ່ານເລຂາທິການໃຫຍ່ ສປຊ Antonio Guterres. ເຫດການນີ້ບໍ່ພຽງແຕ່ເປີດໜ້າປະຫວັດສາດໃໝ່ໃນການຮ່ວມມືທົ່ວໂລກກ່ຽວກັບຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ ເທົ່ານັ້ນຫາກຍັງຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບຂອງຫວຽດນາມ ໃນການແບ່ງປັນຄວາມຮັບຜິດຊອບໃນການປ້ອງກັນຄວາມປອດໄພທາງອິນເຕີເນັດອີກດ້ວຍ.

Top