ຈຳນວນທີ່ນັ່ງໄດ້ຈັດແບ່ງ, ອີງໃສ່ອັດຕາບັດເລືອກຕັ້ງໄດ້ຮັບ. ອັດຕາບັດເລືອກຕັ້ງໜ້ອຍສຸດເພື່ອ ໃຫ້ພັກການເມືອງມີທີ່ນັ່ງໃນສະພາ ແຫ່ງຊາດແມ່ນ 3,25%. ເພື່ອຍາດໄດ້ສິດສ້າງຕັ້ງລັດຖະບານ, ພັກ ຫຼື ສຳພັນທະມິດເຂົ້າຮ່ວມການເລືອກຕັ້ງຕ້ອງຍາດໄດ້ໜ້ອຍສຸດ 61 ທີ່ນັ່ງ.
ສຳນັກຂ່າວສານ i24NEWS ຂອງ ອິດສະຣາແອນ ໃຫ້ຮູ້ວ່າ: ມີຕຳຫຼວດ 22.000 ຄົນໄດ້ຮັບການຜັນຂະຫຍາຍເພື່ອປົກປ້ອງການເລືອກຕັ້ງທົ່ວປະເທດ, ເພີ່ມຂຶ້ນປະມານ 5.000 ຄົນເມື່ອທຽບໃສ່ການເລືອກຕັ້ງໃນປີ 2022. ໝາກຜົນການຢັ່ງຫາງສຽງຫຼ້າສຸດສະແດງໃຫ້ເຫັນວ່າ, ສຳພັນທະມິດຝ່າຍຂວາຂອງທ່ານ Netanyahu, ນາຍົກລັດຖະມົນຕີ ອາດສາມາດຍາດໄດ້ພຽງປະມານ 50 ທີ່ນັ່ງເທົ່ານັ້ນ. ໃນຂະນະນັ້ນ, ສຳພັນທະມິດຝ່າຍຄ້ານຂອງ ທ່ານ Gadi Eisenkot, ອະດິດພົນທະຫານ ອິດສະຣາແອນ ອາດສາມາດຍາດໄດ້ 53 ທີ່ນັ່ງ. ຕາມແຜນການແລ້ວ, ແນ່ນອນວ່າ 1 ໃນຈຳນວນ 2 ສຳພັນທະມິດນີ້ຕ້ອງຮ່ວມມືກັບຢ່າງໜ້ອຍສຸດ 1 ພັກ ຫຼື ສຳພັນທະມິດອື່ນ, ເພື່ອຮັບປະກັນສິດສ້າງຕັ້ງລັດຖະບານ. ຄາດວ່າ, ໝາກຜົນຂອງນັບບັດຈະໄດ້ປະກາດພາຍຫຼັງການເລືອກຕັ້ງ 8 ວັນ.






