ວັນທີ 08 ເມສາ, ທຳນຽບຂາວ ໃຫ້ຮູ້ວ່າ ທ່ານປະທານາທິບໍດີ Donald Trump ຈະຈັດວາງອັດຕາພາສີເພີ່ມເຕີມ 50% ສຳລັບສິນຄ້າຂອງ ຈີນ ແລະ ອັດຕາພາສີນີ້ຈະມີຜົນສັກສິດແຕ່ວັນທີ 09 ເມສາ (ຕາມເວລາທ້ອງຖິ່ນ). ກ່າວຄຳເຫັນໃນວົງການນັກຂ່າວ, ທ່ານເລຂາດ້ານການຂ່າວຂອງທຳນຽບຂາວ Karoline Leavitt ໃຫ້ຮູ້ວ່າ ຂໍ້ຕົກລົງດັ່ງກ່າວໄດ້ຍົກອອກມາພາຍຫຼັງທີ່ ປັກກິ່ງ ຂ້າມກຳນົດເວລາຂອງທ່ານປະທານາທິບໍດີ Donald Trump ກ່ຽວກັບການລົບລ້າງບັນດາມາດຕະການໂຕ້ຕອບ.
ໃນເວລາ 00 ໂມງຂອງວັນທີ 09 ເມສາ (ຕາມເວລາ ວໍຊິງຕັນ), ນະໂຍຍາຍພາສີຂອງ ອາເມລິກາ, ຈັດວາງອັດຕາພາສີແຕ່ 11% ຮອດ 50% ສຳລັບບັນດາຄູ່ຮ່ວມມືການຄ້າທີ່ນຳເຂົ້າຈາກ 86 ປະເທດ, ເຂດແຄວ້ນ ເລີ່ມມີຜົນສັກສິດຢ່າງເປັນທາງການ.
ກ່ອນໜ້ານັ້ນ, ວັນທີ 04 ເມສາ, ລັດຖະບານ ຈີນ ແຈ້ງໃຫ້ຊາບວ່າ ປະເທດນີ້ຈະຈັດວາງອັດຕາພາສີເພີ່ມເຕີມ 34% ສຳລັບທຸກປະເພດສິນຄ້າທີ່ນຳເຂົ້າຈາກ ອາເມລິກາ. ໂຕ້ຕອບຄືນ, ວັນທີ 07 ເມສາ, ທ່ານປະທານາທິບໍດີ Trump ຖະແຫຼງວ່າ ຈະເພີ່ມອັດຕາພາສີສຳລັບສິນຄ້ານຳເຂົ້າຈາກ ຈີນ ຕື່ມອີກ 50% ແລະຈະມີຜົນສັກສິດແຕ່ວັນທີ 9 ເມສາ, ເວັ້ນເສຍແຕ່ກໍລະນີ ປັກກິ່ງ ລົບລ້າງພາສີໂຕ້ຕອບກ່ອນວັນທີ 08 ເມສາ.
ໃນການຜັນແປໜຶ່ງທີ່ກ່ຽວຂ້ອງ, ບັນດາວິສາຫະກິດ, ກຸ່ມບໍລິສັດໃຫຍ່ຂອງ ຈີນ ໄດ້ແຈ້ງບັນດາມາດຕະການໜູນຊ່ວຍຕະຫຼາດທຶນຮອນ, ເພີ່ມແຫຼ່ງກຳລັງດ້ານການເງິນຕົວຈິງ, ປະກອບສ່ວນຮັກສາສະຖຽນລະພາບການຕະຫຼາດ.
ກໍກ່ຽວຂ້ອງເຖິງພາສີອາກອນ, ສະຫະພາບເອີຣົບ (EU) ມີແຜນການຈັດວາງອັດຕາພາສີຂຶ້ນເຖິງ 25% ສຳລັບສິນຄ້າຂອງ ອາເມລິກາ ເພື່ອໂຕ້ຕອບການຈັດວາງພາສີສຳລັບໂລຫະ.