• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາ​ຍຸ​ການ 2016 – 2021: ປະ​ທານ​ປະ​ເທດ ມີ​ການ​ເຄື່ອນ​ໄຫວ​ທາງ​ການ​ທູດຫຼາຍ​ຢ່າງ ອັນ​ໄດ້​ຍົກ​ສູງ​ທີ່​ຕັ້ງ​ບົດ​ບາດ ແລະ ອິດ​ທິ​ພົນ​ຊື່​ສຽງ​ຂອງ ຫວຽດ​ນາມ

 ຕອນເຊົ້າວັນທີ 24 ມີນາ, ຢູ່ວາລະໄຂກອງປະຊຸມຄັ້ງທີ 11, ສະພາແຫ່ງຊາດຫວຽດນາມ ຊຸດທີ XIV, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ສະເໜີບົດລາຍງານກ່ຽວກັບການປະຕິບັດງານໃນອາຍຸການ 2016 – 2021 ຂອງ ປະທານປະເທດ ຕໍ່ໜ້າສະພາແຫ່ງຊາດ ແລະ ປະຊາຊົນທົ່ວປະເທດ.
ກອງປະຊຸມຄັ້ງທີ 11, ສະພາແຫ່ງຊາດຫວຽດນາມ ຊຸດທີ XIV (ພາບ:VGP)

ລາຍງານຕໍ່ສະພາແຫ່ງຊາດກ່ຽວກັບບັນດາການເຄື່ອນໄຫວຕົ້ນຕໍໃນອາຍຸການຜ່ານມາຂອງປະທານປະເທດ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ຢັ້ງຢືນວ່າ ປະທານປະເທດ ໄດ້ມີການເຄື່ອນໄຫວທາງການທູດສຳຄັນຫຼາຍຢ່າງ, ຮັກສາອະທິປະໄຕແຫ່ງຊາດ, ຍົກສູງທີ່ຕັ້ງບົດບາດ ແລະ ອິດທິພົນຊື່ສຽງຂອງ ຫວຽດນາມ ໃນພາກພື້ນ ແລະ ໃນໂລກ. ທ່ານກ່າວວ່າ:

        “ດ້ວຍບົດບາດເປັນປະເທດເຈົ້າພາບ ປີ APEC 2017, ປະທານປະເທດ ໄດ້ເປັນປະທານກອງປະຊຸມສຸດຍອດ APEC 2017 ຢ່າງປະສົບຜົນສຳເລັດອັນຈົບງາມ, ອັນໄດ້ສ້າງຄວາມປະທັບໃຈ ແລະ ຂີດໝາຍອັນເລິກເຊິ່ງຕໍ່ເພື່ອນມິດສາກົນ. ໃນສະພາບການໂລກລະບາດໂຄວິດ - 19 ມີການຜັນແປຢ່າງສັບສົນ, ປະທານປະເທດ ໄດ້ມີບັນດາການເຄື່ອນໄຫວພົວພັນຕ່າງປະເທດຢ່າງເປັນເຈົ້າການ ແລະ ເໝາະສົມ, ປະກອບສ່ວນຍູ້ແຮງ ແລະ ເຮັດໃຫ້ການພົວພັນລະຫວ່າງ ຫວຽດນາມ ກັບບັນດາປະເທດເລິກເຊີ່ງຂຶ້ນຕື່ມ ພ້ອມທັງຢັ້ງຢືນວ່າ ຫວຽດນາມ ສືບຕໍ່ມີການປະກອບສ່ວນຢ່າງຕັ້ງໜ້າ, ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບໃນວຽກງານລວມຂອງປະຊາຄົມສາກົນ.”

ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ (ພາບ: VGP)

ບົດຮຽນ ທີ່ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ໄດ້ເນັ້ນໜັກເຖິງ ນັ້ນແມ່ນ ສືບຕໍ່ເປີດກວ້າງງ, ພັດທະນາ ແລະ ຍົກສູງການພົວພັນທາງການທູດ, ສ້າງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງກັບບັນດາປະເທດຄູ່ຮ່ວມມື ໃຫ້ໝັ້ນຄົງ ແລະ ຍືນຍົງ; ໃນການພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງ, ບັນດາປະເທດໃຫຍ່, ບັນດາຄູ່ຮ່ວມມືຍຸດທະສາດ, ຄູ່ຮ່ວມມືຮອບດ້ານ ແລະ ຄູ່ຮ່ວມມືອື່ນໆ ຕ້ອງມີການປະພຶດທີ່ຖືກຕ້ອງ; ຊຸກຍູ້ໃຫ້ການພົວພັນຕ່າງປະເທດໃຫ້ສືບຕໍ່ເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິຜົນ; ຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ ເພື່ອພັດທະນາປະເທດຊາດ./. 
(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top