• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາ​ຊຽນ ຢັ້ງ​ຢືນຄືນ​ໃໝ່ ສະ​ໜັບ​ສະ​ໜູນ​ການ​ສ້າງ​ແຫຼມ​ເກົາຫຼີ ປອດ​ນິ​ວ​ເຄຼຍ

ໃນຖະແຫຼງການປະທານຂອງເວທີປາໄສພາກພື້ນ ອາຊຽນ (ARF) ປະຈຳປີ ໄດ້ປະກາດໃນວັນທີ 11 ສິງຫາ ໃນກອງປະຊຸມຈັດຂຶ້ນຢູ່ນະຄອນຫຼວງ ພະນົມເປັນ ຂອງ ກຳປູເຈຍ, ບັນດາຜູ້ແທນ ໄດ້ສະແດງຄວາມວິຕົກກັງວົນຕໍ່ສະພາບຄວາມເຄັ່ງຕຶງເພີ່ມຂຶ້ນໃນແຫຼມເກົາຫຼີ ພາຍຫຼັງເຫດຍິງລູກສອນໄຟນຳວິຖີ; ຮຽກຮ້ອງໃຫ້ ພຽງຢາງ ຄວບຄຸມການດຳເນີນເຫດຍິງທົດລອງລູກສອນໄຟ ແລະ ນິວເຄຼຍ ຕໍ່ໄປ ແລະ ບັນດາຝ່າຍທີ່ກ່ຽວຂ້ອງ ຈົ່ງຫຼີກລ້ຽງທຸກການກະທຳທີ່ກີດຂວາງການເຊື່ອມຕໍ່ການເຈລະຈາຄືນໃໝ່.

ການຍິງລູກສອນໄຟຂອງ ສປປ.ເກົາຫຼີ ໃນວັນທີ 30 ກັນຍາ 2021 (ພາບ: KCNA/TTXVN)

ບັນດາລັດຖະມົນຕີການຕ່າງປະເທດຂອງ ອາຊຽນ ແລະ ນັກການທູດແຖວໜ້າຈາກບັນດາປະເທດສະມາຊິກ ອາຊຽນ, ສ.ເກົາຫຼີ, ສປປ.ເກົາຫຼີ, ອາເມລິກາ, ຈີນ, ລັດເຊຍ ແລະ ຍີ່ປຸ່ນ ໄດ້ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາສຳລັບການຊຸກຍູ້ການສ້າງແຫຼມ ເກົາຫຼີ ປອດນິວເຄຼຍ, ພ້ອມທັງສະແດງການສະໜັບສະໜູນມາດຕະການທາງການທູດເພື່ອບັນລຸໄດ້ເປົ້າໝາຍນີ້. ໃນຖະແຫຼງການປະທານຂອງເວທີປາໄສພາກພື້ນ ອາຊຽນ (ARF) ປະຈຳປີ ໄດ້ປະກາດໃນວັນທີ 11 ສິງຫາ ໃນກອງປະຊຸມຈັດຂຶ້ນຢູ່ນະຄອນຫຼວງ ພະນົມເປັນ ຂອງ ກຳປູເຈຍ, ບັນດາຜູ້ແທນ ໄດ້ສະແດງຄວາມວິຕົກກັງວົນຕໍ່ສະພາບຄວາມເຄັ່ງຕຶງເພີ່ມຂຶ້ນໃນແຫຼມເກົາຫຼີ ພາຍຫຼັງເຫດຍິງລູກສອນໄຟນຳວິຖີ; ຮຽກຮ້ອງໃຫ້ ພຽງຢາງ ຄວບຄຸມການດຳເນີນເຫດຍິງທົດລອງລູກສອນໄຟ ແລະ ນິວເຄຼຍ ຕໍ່ໄປ ແລະ ບັນດາຝ່າຍທີ່ກ່ຽວຂ້ອງ ຈົ່ງຫຼີກລ້ຽງທຸກການກະທຳທີ່ກີດຂວາງການເຊື່ອມຕໍ່ການເຈລະຈາຄືນໃໝ່. ຖະແຫຼງການດັ່ງກ່າວ ກໍໄດ້ຢັ້ງຢືນຄືນໃໝ່ການສະໜັບສະໜູນຕໍ່ຄວາມມານະພະຍາຍາມສາກົນ ເພື່ອແນໃສ່ບັນລຸໄດ້ເປົ້າໝາຍປອດນິວເຄຼຍຢ່າງສົມບູນ, ສາມາດກວດກາຢັ້ງຢືນໄດ້ ແລະ ບໍ່ສາມາດຕ່າວປີ້ນໄດ້ຢູ່ແຫຼມເກົາຫຼີ ໂດຍສັນຕິວິທີ.

(ແຫຼ່ງຄັດຈາກ VOV)

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ພົບ​ປະ​ກັບ​ຄະ​ນະ​ຜູ້​ແທນທີ່​ໄດ້​ຮັບ​ລາງວັນ ວື່​ອາ​ຢິງ

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ພົບ​ປະ​ກັບ​ຄະ​ນະ​ຜູ້​ແທນທີ່​ໄດ້​ຮັບ​ລາງວັນ ວື່​ອາ​ຢິງ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ສະແດງຄວາມປະທັບໃຈຕໍ່ເລື່ອງນັບແຕ່ປີ 2009 ກອງທຶນຈັດການມອບລາງວັນວື່ອາຢິງ ເພື່ອແນໃສ່ຍ້ອງຍໍສັນລະເສີນບັນດາສ່ວນບຸກຄົນ, ໝູ່ຄະນະທີ່ມີຜົນງານດີເດັ່ນໃນການຮ່ຳຮຽນ, ຄົ້ນຄວ້າວິທະຍາສາດ, ວັດທະນະທຳສິລະປະ, ກິລາ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ…

Top