• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາ​ຊຽນ, ນອກ​ແວ ຢັ້ງ​ຢືນ​ຄືນ​ຄຳ​ໝັ້ນ​ສັນ​ຍາ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື

ສອງຝ່າຍໄດ້ເຫັນດີເພີ່ມທະວີການຮ່ວມມືໃນບາງຂົງເຂດ ເຊິ່ງລວມມີ ສັນຕິພາບ ແລະ ການໄກ່ເກ່ຍ, ພະລັງງານຜະລິດຄືນໃໝ່ ແລະ ການຫັນເປັນພະລັງງານ, ການປ່ຽນແປງຂອງດິນຟ້າອາກາດ, ການປົກປັກຮັກສາສິ່ງແວດລ້ອມ, ຊີວະນາໆພັນ, ມະຫາສະໝຸດຍືນຍົງ, ເສດຖະກິດທະເລສີຂຽວ ແລະ ການພົບປະແລກປ່ຽນປະຊາຊົນ.
  ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ (ພາບ: ASEAN)  

ວັນທີ 14 ມີນາ, ຢູ່ ຈາກາຕາ, ປະເທດ ອິນໂດເນເຊຍ ໄດ້ດຳເນີນກອງປະຊຸມ ຄະນະກຳມະການຮ່ວມມືສອງຝ່າຍ ອາຊຽນ - ນອກແວ ຄັ້ງທີ 8. ນະທີ່ນີ້, ສອງຝ່າຍໄດ້ເຫັນດີເພີ່ມທະວີການຮ່ວມມືໃນບາງຂົງເຂດ ເຊິ່ງລວມມີ ສັນຕິພາບ ແລະ ການໄກ່ເກ່ຍ, ພະລັງງານຜະລິດຄືນໃໝ່ ແລະ ການຫັນເປັນພະລັງງານ, ການປ່ຽນແປງຂອງດິນຟ້າອາກາດ, ການປົກປັກຮັກສາສິ່ງແວດລ້ອມ, ຊີວະນາໆພັນ, ມະຫາສະໝຸດຍືນຍົງ, ເສດຖະກິດທະເລສີຂຽວ ແລະ ການພົບປະແລກປ່ຽນປະຊາຊົນ.

ໃນກອງປະຊຸມໄດ້ເຕື້ອງເຖິງ 4 ບຸລິມະສິດສຳຄັນໃນການພົວພັນຄູ່ຮ່ວມມືເສດຖະກິດ ເຊິ່ງ ອາຊຽນ ຢາກຊຸກຍູ້ກັບ ນອກແວ ໂດຍຜ່ານບັນດາຄວາມມານະພະຍາຍາມເຊື່ອມໂຍງ ແລະ ຮ່ວມມືໃນດ້ານເສດຖະກິດ.

ໂດຍກ່ຽວຂ້ອງເຖິງວິໄສທັດ ອາຊຽນ ກ່ຽວກັບ ມະຫາສະໝຸດອິນເດຍ - ປາຊີຟິກ (AOIP), ອາຊຽນ ສົ່ງເສີມ ນອກແວ ກໍ່ສ້າງ ແລະ ໜູນຊ່ວຍບັນດາໂຄງການກໍຄືບັນດາການເຄື່ອນໄຫວຮ່ວມມືສອດຄ່ອງກັບບັນດາຂົງເຂດຮ່ວມມືຂອງ AOIP ເປັນຕົ້ນແມ່ນການເດີນເຮືອ, ການເຊື່ອມຕໍ່, ເປົ້າໝາຍພັດທະນາແບບຍືນຍົງຂອງ ສປຊ (SDG), ເສດຖະກິດ ແລະ ຂົງເຂດອື່ນໆ.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top