• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາ​ຊຽນ 2020: ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສິງ​ກະ​ໂປ ສະ​ເໜີ 3 ຂົງ​ເຂດ ເຊິ່ງ​ບັນ​ດາ​ປະ​ເທດ EAS ຄວນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື

ທ່ານນາຍົກລັດຖະມົນຕີ ຫຼີຊຽນຫຼົງ ກໍຊົມເຊີຍຄວາມກ້າວໜ້າທີ່ບັນລຸໄດ້ໃນການເຈລະຈາລະຫວ່າງ ອາຊຽນ ແລະ ຈີນ ກ່ຽວກັບກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC). 

 ທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ (ພາບ: TTXVN)

ນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ ສິງກະໂປ ໄດ້ຄັດສະເໜີບົດຂຽນຂອງໜັງສີພິມລາຍວັນ The Straits Times ຂອງ ສິງກະໂປ ລົງວັນທີ 15 ພະຈິກ ໂດຍໃຫ້ຮູ້ວ່າ ທີ່ກອງປະຊຸມສຸດຍອດ ອາຊີຕາເວັນອອກ (EAS)  ເຊິ່ງຖືກດຳເນີນຕາມຮູບການທາງອອນລາຍ ພາຍໃຕ້ການເປັນປະທານຂອງ ຫວຽດນາມ - ປະເທດປະທານໝູນວຽນ ອາຊຽນ 2020, ທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ ໄດ້ສະເໜີ 3 ຂົງເຂດເຊິ່ງບັນດາປະເທດສະມາຊິກ EAS ຄວນເພີ່ມທະວີການຮ່ວມມື, ເຊິ່ງລວມມີ ການຊຸກຍູ້ລັດທິຫຼາຍຝ່າຍ ວັກຊິນ, ແບ່ງປັນເຕັກໂນໂລຢີ ແລະ ໜູນຊ່ວຍເຊິ່ງກັນແລະກັນໃນການຟື້ນຟູເສດຖະກິດ. ການນຳ ສິງກະໂປ ສະແດງຄວາມຫວັງວ່າ ບັນດາປະເທດສະມາຊິກ EAS ຈະຮ່ວມມືກັນເພື່ອຮັບປະກັນແຫຼ່ງສະຫຼອງວັກຊິນ ແລະ ວິທີການປິ່ນປົວຍຸຕິທຳ, ມີສະຖຽນລະພາບ ແລະ ລາຄາທີ່ເໝາະສົມ. ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫຼີຊຽນຫຼົງ ກໍຊົມເຊີຍຄວາມກ້າວໜ້າທີ່ບັນລຸໄດ້ໃນການເຈລະຈາລະຫວ່າງ ອາຊຽນ ແລະ ຈີນ ກ່ຽວກັບກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC). ທ່ານເນັ້ນໜັກວ່າ ບັນດາຝ່າຍສືບຕໍ່ຮ່ວມມືເພື່ອຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ, ບັນດາການຂັດແຍ້ງກັນຢູ່ທະເລຕ້ອງໄດ້ຮັບການແກ້ໄຂໃຫ້ສອດຄ່ອງກັບບັນດາລະບຽບກົດໝາຍສາກົນ ທີ່ໄດ້ຮັບການຮັບຮູ້ຢ່າງທົ່ວເຖິງ.
(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເດີນ​ທາງ​ຮອດ​ ສິງ​ກະ​ໂປ ເລີ່ມ​ຕົ້ນ​ການ​ເຄື່ອນ​ໄຫວ​​ຢ້ຽມ​ຢາມ ປະ​ເທດ​ນີ້ຢ່າງ​ເປັນ​ທາງ​ການ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເດີນ​ທາງ​ຮອດ​ ສິງ​ກະ​ໂປ ເລີ່ມ​ຕົ້ນ​ການ​ເຄື່ອນ​ໄຫວ​​ຢ້ຽມ​ຢາມ ປະ​ເທດ​ນີ້ຢ່າງ​ເປັນ​ທາງ​ການ

ທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມດ້ວຍພັນລະຍາ ແລະ ຄະນະຜຸ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງໄປຮອດສະໜາມບິນສາກົນ Changi, ເລີ່ມຕົ້ນບັນດາການເຄື່ອນໄຫວຢ້ຽມຢາມ ສ.ສິງກະໂປ ແຕ່ວັນທີ 11 – 13 ມີນາ ຢ່າງເປັນທາງການ.

Top