• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາພ້ອມແລ້ວທີ່ຈະເຂົ້າຮ່ວມກອງປະຊຸມສຸດຍອດກັບສປປ.ເກົາຫຼີ ຄັ້ງຕໍ່ໄປ

      ວັນທີ 11 ມິຖຸນາ, ທ່ານ John Bolton, ທີ່ປຶກສາດ້ານຄວາມສະຫງົບແຫ່ງຊາດອາເມລິກາ ຖະແຫຼງວ່າ, ກອງປະຊຸມສຸດຍອດຄັ້ງທີ 3 ລະຫວ່າງທ່ານປະທານາທິບໍດີອາເມລິກາ Donald Trump ແລະ ການນຳສປປ.ເກົາຫຼີ Kim Jong un “ອາດຈະຖືກດຳເນີນໂດຍອີງໃສ່ພຽງຢາງ.

ທ່ານປະທານາທິບໍດີອາເມລິກາ Donald Trump ແລະ ການນຳສປປ.ເກົາຫຼີ Kim Jong un
(ພາບປະກອບ: AFP/ TTXVN)
      ກ່າວຄຳເຫັນທີ່ກອງປະຊຸມໂດຍໜັງສືພິມ Wall Street Journal ຈັດຕັ້ງ, ທ່ານ John Bolton ເນັ້ນໜັກວ່າ: “ທ່ານ Kim Jong un ໄດ້ສວມບົດບາດແກ່ນສານຢ່າງແທ້ຈິງ”, ພ້ອມທັງຢືນຢັນວ່າ, ວໍຊິງຕັນ ພ້ອມແລ້ວທີ່ຈະເຂົ້າຮ່ວມກອງປະຊຸມດັ່ງກ່າວບໍ່ວ່າໃນຈຸດເວລາໃດ.
        ແລະກໍ່ໃນວັນດຽວກັນ, ທ່ານປະທານາທິບໍດີອາເມລິກາ Donald Trump ໃຫ້ຮູ້ວ່າ, ທ່ານໄດ້ຮັບຈົດໝາຍສະບັບໜຶ່ງທີ່ມີເນື້ອໃນຢ່າງອົບອຸ່ນຈາກການນຳສປປ.ເກົາຫຼີ Kim Jong un. ກ່າວຄຳເຫັນຕໍ່ບັນດານັກຂ່າວຢູ່ທຳນຽບຂາວ, ທ່ານປະທານາທິບໍດີອາເມລິກາ ໃຫ້ຮູ້ວ່າ, ທ່ານໄດ້ຄິດວ່າມີບາງສິ່ງທີ່ຕັ້ງໜ້າຈາກພຽງຢາງ, ແຕ່ບໍ່ເຜີຍລາຍລະອຽດ.
 (ແຫຼ່ງຄັດຈາກ VOV)
 

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ປະ​ດັດຫຼຽນ​ໄຊວິ​ລະ​ກຳ , ຫຼຽນ​ກາ​ພັກ ໃຫ້​ແກ່​ບັນ​ດາ​ການ​ນຳ, ອະ​ດີດ​ການ​ນຳ​ພັກ, ລັດ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ປະ​ດັດຫຼຽນ​ໄຊວິ​ລະ​ກຳ , ຫຼຽນ​ກາ​ພັກ ໃຫ້​ແກ່​ບັນ​ດາ​ການ​ນຳ, ອະ​ດີດ​ການ​ນຳ​ພັກ, ລັດ

ທ່ານ ໂຕເລິມ ເລຂາທິການໃຫຍ່ປາດຖະໜາວ່າບັນດາການນຳທີ່ໄດ້ຮັບຫຼຽນໄຊວິລະກຳຊັ້ນໜຶ່ງ ແລະ ຫຼຽນກາພັກ ດ້ວຍພູມປັນຍາ, ຄຸນນະທາດ, ອິດທິພົນຊື່ສຽງ ສືບຕໍ່ຕິດຕາມ, ປະກອບຄຳເຫັນ, ຄວາມໄວ້ເນື້ອເຊື່ອໃຈ, ບົດຮຽນປະສົບການຕື່ມອີກໃຫ້ແກ່ຄົນລຸ້ນຫຼັງ.

Top