
ສປປ.ເກົາຫຼີ ໄດ້ຍິງທົດລອງລູກສອນໄຟຈາກກ່ຳປັ່ນດຳນ້ຳ
(ພາບ: AFP/TTXVN)
ວັນທີ 03 ຕຸລາ, ໂຄສົກທຳນຽບ 5 ແຈ ທ່ານ Jonathan Hoffman ໃຫ້ຮູ້ວ່າ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ Mark Esper ແລະ ຄູ່ຕຳແໜ່ງຍີ່ປຸ່ນ ທ່ານ Taro Kono ໄດ້ໂອ້ລົມທາງໂທລະສັບເພື່ອປຶກສາຫາລືກ່ຽວກັບການຍິງລູກສອນໄຟຄັ້ງຫຼ້າສຸດຂອງສປປ.ເກົາຫຼີ.
ກ່າວຄຳເຫັນທີ່ການປະຊຸມຂ່າວ, ທ່ານ Jonathan Hoffman ໃຫ້ຮູ້ວ່າ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ 2 ປະເທດໄດ້ເຫັນດີໂດຍຖືວ່າ ການຍິງລູກສອນໄຟຂອງສປປ.ເກົາຫຼີ ແມ່ນ “ການກະທຳທີ່ບໍ່ຈຳເປັນ ແລະ ບໍ່ມີຜົນປະໂຫຍດຕໍ່ບັນດາຄວາມມານະພະຍາຍາມດ້ານການທູດ”, ພ້ອມທັງຮຽກຮ້ອງໃຫ້ “ສປປ.ເກົາຫຼີ ຢຸດຕິບັນດາການຍິງທົດລອງດັ່ງກ່າວ”.ກໍ່ທີ່ການປະຊຸມຂ່າວດັ່ງກ່າວ, ທ່ານພັນເອກ Patrick Ryder, ໂຄສົກຂອງສະພາເສນາທິການໃຫຍ່ກອງທັບອາເມລິກາ ໃຫ້ຮູ້ວ່າ, ການຍິງທົດລອງລູກສອນໄຟຫວ່າງມໍ່ໆມານີ້ຂອງສປປ.ເກົາຫຼີ ແມ່ນລູກສອນໄຟນຳວິຖີໄລຍະສັ້ນ ຫາ ໄລຍະກາງ ທີ່ໄດ້ຍິງຈາກຖານຍິງຢູ່ທະເລ. ກໍ່ຕາມທ່ານ Patrick Ryder ແລ້ວ, ລູກສອນໄຟດັ່ງກ່າວແມ່ນບິນໄດ້ປະມານ 450 ກ.ມ ກ່ອນທີ່ຕົກລົງທະເລ.
ວັນທີ 02 ຕຸລາ, ສປປ.ເກົາຫຼີ ໄດ້ຍິງທົດລອງລູກສອນໄຟຈາກກ່ຳປັ່ນດຳນ້ຳ. ນີ້ແມ່ນການຍິງລູກສອນໄຟຄັ້ງທີ 11 ຂອງສປປ.ເກົາຫຼີ ນັບແຕ່ຕົ້ນປີມາຮອດປະຈຸບັນ.
(ແຫຼ່ງຄັດຈາກ VOV)