ຂ່າວສານ

ອາເມລິກາ,ຍີ່ປຸ່ນຮຽກຮ້ອງໃຫ້ສປປ.ເກົາຫຼີ ຢຸດຕິການທົດລອງລູກສອນໄຟ

      ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ 2 ປະເທດໄດ້ເຫັນດີໂດຍຖືວ່າ ການຍິງລູກສອນໄຟຂອງສປປ.ເກົາຫຼີ ແມ່ນ ການກະທຳທີ່ບໍ່ຈຳເປັນ ແລະ ບໍ່ມີຜົນປະໂຫຍດຕໍ່ບັນດາຄວາມມານະພະຍາຍາມດ້ານການທູດ

ສປປ.ເກົາຫຼີ ໄດ້ຍິງທົດລອງລູກສອນໄຟຈາກກ່ຳປັ່ນດຳນ້ຳ
(ພາບ: AFP/TTXVN)
      ວັນທີ 03 ຕຸລາ, ໂຄສົກທຳນຽບ 5 ແຈ ທ່ານ Jonathan Hoffman ໃຫ້ຮູ້ວ່າ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ Mark Esper ແລະ ຄູ່ຕຳແໜ່ງຍີ່ປຸ່ນ ທ່ານ Taro Kono ໄດ້ໂອ້ລົມທາງໂທລະສັບເພື່ອປຶກສາຫາລືກ່ຽວກັບການຍິງລູກສອນໄຟຄັ້ງຫຼ້າສຸດຂອງສປປ.ເກົາຫຼີ.
        ກ່າວຄຳເຫັນທີ່ການປະຊຸມຂ່າວ, ທ່ານ Jonathan Hoffman ໃຫ້ຮູ້ວ່າ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ 2 ປະເທດໄດ້ເຫັນດີໂດຍຖືວ່າ ການຍິງລູກສອນໄຟຂອງສປປ.ເກົາຫຼີ ແມ່ນ “ການກະທຳທີ່ບໍ່ຈຳເປັນ ແລະ ບໍ່ມີຜົນປະໂຫຍດຕໍ່ບັນດາຄວາມມານະພະຍາຍາມດ້ານການທູດ”, ພ້ອມທັງຮຽກຮ້ອງໃຫ້ “ສປປ.ເກົາຫຼີ ຢຸດຕິບັນດາການຍິງທົດລອງດັ່ງກ່າວ”.
        ກໍ່ທີ່ການປະຊຸມຂ່າວດັ່ງກ່າວ, ທ່ານພັນເອກ Patrick Ryder, ໂຄສົກຂອງສະພາເສນາທິການໃຫຍ່ກອງທັບອາເມລິກາ ໃຫ້ຮູ້ວ່າ, ການຍິງທົດລອງລູກສອນໄຟຫວ່າງມໍ່ໆມານີ້ຂອງສປປ.ເກົາຫຼີ ແມ່ນລູກສອນໄຟນຳວິຖີໄລຍະສັ້ນ ຫາ ໄລຍະກາງ ທີ່ໄດ້ຍິງຈາກຖານຍິງຢູ່ທະເລ. ກໍ່ຕາມທ່ານ Patrick Ryder ແລ້ວ, ລູກສອນໄຟດັ່ງກ່າວແມ່ນບິນໄດ້ປະມານ 450 ກ.ມ ກ່ອນທີ່ຕົກລົງທະເລ.
        ວັນທີ 02 ຕຸລາ, ສປປ.ເກົາຫຼີ ໄດ້ຍິງທົດລອງລູກສອນໄຟຈາກກ່ຳປັ່ນດຳນ້ຳ. ນີ້ແມ່ນການຍິງລູກສອນໄຟຄັ້ງທີ 11 ຂອງສປປ.ເກົາຫຼີ ນັບແຕ່ຕົ້ນປີມາຮອດປະຈຸບັນ.
 (ແຫຼ່ງຄັດຈາກ VOV)


top