• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາ ເລີ່ມປະຕິບັດນະໂຍບາຍຈັດວາງອັດຕາພາສີສຳລັບບາງປະເທດນັບແຕ່ວັນທີ 01 ກຸມພາ

ແຜນການຈັດວາງອັດຕາພາສີສຳລັບ ການາດາ, ເມັກຊີໂກ ແລະ ຈີນ ດຳເນີນໄປຖືກຕ້ອງຕາມແຜນການທີ່ທ່ານປະທານາທິບໍດີ Donald Trump ໄດ້ແຈ້ງກ່ອນໜ້ານັ້ນ.
ພາບປະກອບ

ວັນທີ 31 ມັງກອນ, ທຳນຽບຂາວຢັ້ງຢືນວ່າ, ອາເມລິກາ ຈະຈັດວາງອັດຕາພາສີນຳເຂົ້າ 25% ສຳລັບ ການາດາ ແລະ ເມັກຊີໂກ ແລະ 10% ສຳລັບ ຈີນ ນັບແຕ່ວັນທີ 01 ກຸມພາ. ທ່ານເລຂາການຂ່າວຂອງທຳນຽບຂາວ Karoline Leavitt ໃຫ້ຮູ້ວ່າ, ແຜນການຈັດວາງອັດຕາພາສີສຳລັບ ການາດາ, ເມັກຊີໂກ ແລະ ຈີນ ດຳເນີນໄປຖືກຕ້ອງຕາມແຜນການທີ່ທ່ານປະທານາທິບໍດີ Donald Trump ໄດ້ແຈ້ງກ່ອນໜ້ານັ້ນ.

ນັບທັງ ເມັກຊີໂກ ແລະ ການາດາ ລ້ວນແຕ່ຖະແຫຼງວ່າ, ເຂົ້າເຈົາໄດ້ກະກຽມບັນດາມາດຕະການຈັດວາງອັດຕາພາສີເພື່ອໂຕ້ຕອບຖ້າມີຄວາມຈຳເປັນ ແລະ ສິ່ງດັ່ງກ່າວອາດຈະພາໄປເຖິງການເກີດການປະທະກັນດ້ານການຄ້າຢ່າງກວ້າງຂວາງກວ່າ ເຊິ່ງບັນດານັກເສດຖະກິດຖືວ່າ ອາດສາມາດສົ່ງຜົນສະທ້ອນເຖິງການເຕີບໂຕ ແລະ ເຮັດໃຫ້ອັດຕາເງິນເຟີ້ເພີ່ມຂຶ້ນ.

(ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ - ອາ​ເມ​ລິ​ກາ ສົນ​ທະ​ນາ​ທາງ​ໂທ​ລະ​ສັບ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການ ອີ​ຣານ, ຢູ​ແກຼນ

ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ - ອາ​ເມ​ລິ​ກາ ສົນ​ທະ​ນາ​ທາງ​ໂທ​ລະ​ສັບ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການ ອີ​ຣານ, ຢູ​ແກຼນ

ການເຈລະຈາລະຫວ່າງການນຳສອງທ່ານໄດ້ດຳເນີນໄປດ້ວຍຈິດໃຈ “ແທດຈິງ, ກົງໄກກົງມາ ແລະ ມີລັກສະນະສ້າງສັນ”, ພ້ອມດຽວກັນນັ້ນ ສອງຝ່າຍກໍສະແດງຄວາມກຽມພ້ອມທີ່ຈະຮັກສາບັນດາການພົບປະເປັນປະຈຳໃນໄລຍະຈະມາເຖິງ.

Top