ຂ່າວສານ
ອາເມລິກາ ອອກແຈ້ງການຊົມເຊີຍ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ທ່ານນາຍົກລັດຖະມົນຕີ ເລມິນຮຶງ
ວັນທີ 07 ເມສາ, ກະຊວງການຕ່າງປະເທດ ອາເມລິກາ ໄດ້ອອກແຈ້ງການສະແດງຄວາມຊົມເຊີຍ ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ເລື່ອງສະພາແຫ່ງຊາດ ຫວຽດນາມ ໄດ້ລົງມະຕິຮັບຮອງເອົາມະຕິວ່າດ້ວຍການເລືອກຕັ້ງຮັບດຳລົງຕຳແໜ່ງປະທານປະເທດແຫ່ງ ສສ.ຫວຽດນາມ ສົກປີ 2026 – 2031, ພ້ອມກັນນັ້ນ ກໍ່ຊົມເຊີຍ ທ່ານ ເລມິນຮຶງ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງ ທີ່ໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງນາຍົກລັດຖະມົນຕີ ສົກປີ 2026 – 2031.
ໃນແຈ້ງການ, ຝ່າຍ ອາເມລິກາ ຢືນຢັນເລື່ອງຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານກັບ ຫວຽດນາມ, ໂດຍໄດ້ສ້າງຕັ້ງມາເປັນເວລາກວ່າ 3 ທົດສະວັດແຫ່ງມິດຕະພາບ, ເຄົາລົບເຊິ່ງກັນແລະກັນ ແລະ ບັນດາຜົນປະໂຫຍດລວມ. ອາເມລິກາ ຕີລາຄາສູງການຮ່ວມມືຢ່າງແໜ້ນແຟ້ນຂອງ ຫວຽດນາມ ໃນການຊຸກຍູ້ຄວາມວັດທະນາຖາວອນດ້ານເສດຖະກິດ, ເປີດກວ້າງການພົວພັນແລກປ່ຽນປະຊາຊົນ, ກໍ່ຄືການສົມທົບຊຸກຍູ້ສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ. ພ້ອມກັນນັ້ນ, ກໍ່ສະແດງຄວາມປາດຖະໜາຢາກສົມທົບກັບ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ, ທ່ານນາຍົກລັດຖະມົນຕີ ເລມິນຮຶງ ແລະ ລັດຖະບານ ຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ສັນຕິພາບ, ສະຖຽນລະພາບໃຫ້ແກ່ປະຊາຊົນ 2 ປະເທດ.








