• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາ ອອກຄຳຂາດບັງຄັບໃຫ້ ອີຣານ ເປີດຊ່ອງແຄບທະເລ Hormuz ຄືນໃໝ່

ຖ້າຫາກ ອີຣານ ບໍ່ເປີດຊ່ອງແຄບ Hormuz ເປັນປົກກະຕິຄືນໃໝ່ໃນເວລາ 48 ຊົ່ວໂມງ, ອາເມລິກາ ຈະບຸກໂຈມຕີ ແລະ ທຳລາຍບັນດາໂຮງງານໄຟຟ້າຂອງປະເທດນີ້
  ທ່ານ Donald Trump, ປະທານາທິບໍດີ ອາເມລິກາ (ພາບ: AP)  

ວັນທີ 21 ມີນາ, ໃນສື່ສັງຄົມ Truth Social, ທ່ານ Donald Trump, ປະທານາທິບໍດີ ອາເມລິກາ ໄດ້ກ່າວເຕືອນວ່າ ຖ້າຫາກ ອີຣານ ບໍ່ເປີດຊ່ອງແຄບ Hormuz ເປັນປົກກະຕິຄືນໃໝ່ໃນເວລາ 48 ຊົ່ວໂມງ, ອາເມລິກາ ຈະບຸກໂຈມຕີ ແລະ ທຳລາຍບັນດາໂຮງງານໄຟຟ້າຂອງປະເທດນີ້, ເລີ່ມແຕ່ໂຮງງານໃຫຍ່ສຸດ. ນີ້ແມ່ນຄັ້ງທຳອິດການນຳ ອາເມລິກາ ຍົກອອກຄຳຂາດນາບຂູ່ແນໃສ່ພື້ນຖານໂຄງລ່າງໄຟຟ້າຂອງ ອີຮານ. ກ່ອນໜ້ານັ້ນ, ທ່ານຖະແຫຼງວ່າ ການບຸກໂຈມຕີທາງອາກາດຂອງ ອາເມລິກາ ພຽງແຕ່ແນໃສ່ຮາກຖານລູກສອນໄຟ, ນິວເຄຼຍ ພ້ອມກັບບັນດາເປົ້າໝາຍການທະຫານ ແລະ ລະບົບບັນຊາການ, ການນຳຂອງ ອີຣານເທົ່ານັ້ນ.

ໂດຍຕອບຄືນບົດຂຽນຂອງທ່ານ Donald Trump, ກຳລັງປະກອບອາວຸດ ອີຣານ ຖະແຫຼງວ່າ ຖ້າຫາກພື້ນຖານໂຄງລ່າງເຊື້ອເພີງ ແລະ ພະລັງງານຂອງເຂົາເຈົ້າຖືກບຸກໂຈມຕີ, ຮາກຖານພະລັງງານ, ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ໂຮງແຍກເກືອອອກຈາກນ້ຳທະເລ ໃນທົ່ວ ຕາເວັນອອກກາງ ລ້ວນແຕ່ຈະຖືວ່າແມ່ນເປົ້າໝາຍ.

(ແຫຼ່ງຄັດຈາກ VOV)

ກຳນົດລະບົບຄຸນຄ່າວັດທະນະທຳດຳເນີນທຸລະກິດ ຫວຽດນາມ ໃນໄລຍະໃໝ່

ກຳນົດລະບົບຄຸນຄ່າວັດທະນະທຳດຳເນີນທຸລະກິດ ຫວຽດນາມ ໃນໄລຍະໃໝ່

ບັນດາກະຊວງ, ຂະແໜງການ, ອົງການ, ທ້ອງຖິ່ນ, ປະຊາຄົມວິສາຫະກິດ ຫວຽດນາມ ຕ້ອງກຳນົດແຈ້ງຄຸນຄ່າແກ່ນສານຂອງວິສາຫະກິດ

Top