• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາ ສືບສວນເລື່ອງ ທ່ານປະທານາທິບໍດີ Donald Trump ອາດຈະແມ່ນເປົ້າໝາຍໃນເຫດຍິງປືນຢູ່ງານລ້ຽງສື່ມວນຊົນ

ທ່ານ Todd Blanche ໃຫ້ຮູ້ວ່າ ເບິ່ງຄືວ່າ ຜູ້ຖືກສົງໄສແນໃສ່ບັນດາຜູ້ເຮັດວຽກໃນອຳນາດການປົກຄອງ, ໃນນັ້ນລວມມີທັງປະທານາທິບໍດີ.

ທ່ານ Todd Blanche, ຜູ້​ຮັກ​ສາ​ການ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ອາ​ເມ​ລິ​ກາ ໃຫ້​ຮູ້​ວ່າ, ທ່ານ Donald Trump, ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ພ້ອມ​ກັບ​ບັນ​ດາ​ເຈົ້າ​ໜ້າ​ທີ່​ໃນ​ອຳ​ນາດ​ການ​ປົກ​ຄອງ ອາດ​ຈະ​ແມ່ນ​ເປົ້າ​ໝາ​ຍ​ຂອງ​ຜູ້​ຖືກ​ສົງ​ໄສ​ຍິງ​ປືນ​ໃນ​ງານ​ລ້ຽງ​ຂອງ​ສະ​ມາ​ຄົມ​ນັກ​ຂ່າວ ທຳ​ນຽບ​ຂາວ, ທີ່​ນະ​ຄອນ​ຫຼວງ ວໍ​ຊິງ​ຕັນ ໃນ​ຕອນ​ຄ່ຳ​ວັນ​ທີ 25 ເມ​ສາ.

ກ່າວ​ຄຳ​ເຫັນ​ໃນ​ລາຍ​ການ​ຂອງ NBC News ໃນ​ຕອນ​ເຊົ້າ​ວັນ​ທີ 26 ເມ​ສາ, ທ່ານ Todd Blanche ໃຫ້​ຮູ້​ວ່າ ​ເບິ່ງ​ຄື​ວ່າ ຜູ້​ຖືກ​ສົງ​ໄສແນ​ໃສ່​ບັນ​ດາ​ຜູ​້​ເຮັດ​ວຽກ​ໃນ​ອຳ​ນາດ​ການ​ປົກ​ຄອງ, ໃນ​ນັ້​ນ​ລວມມີ​ທັງ​ປະ​ທາ​ນາ​ທິ​ບໍ​ດີ.

ຜູ້​ຖືກ​ສົງ​ໄສ​ແມ່ນ Cole Tomas Allen, ຊາວ​ລັດ California, ຖືກກ່າວ​ຟ້ອງ​ຢູ່ສານ​ສະ​ຫະ​ລັດ​ໃນ​ວັນ​ທີ 27 ເມ​ສາ. ຜູ້ຖືກສົງໄສດັ່ງກ່າວ​ໄດ້​ຖື​ປືນ 2 ກະບອກ ແລະ ມີດ​ຫຼາຍດວງ. ປະ​ຈຸ​ບັນ, ຍັງ​ບໍ່​ທັນ​ຮູ້​ແຈ້ງເຖິງແຮງ​ຈູງ​ໃຈ​ຂອງ​ຜູ້​ຖື​ສົງ​ໄສ.

(ແຫຼ່ງຄັດຈາກ VOV)

ເບິ່ງແຍງດູແລຊີວິດການເປັນຢູ່ຂອງກຳມະກອນ, ຜູ້ອອກແຮງງານແມ່ນໜ້າທີ່ການເມືອງສຳຄັນ

ເບິ່ງແຍງດູແລຊີວິດການເປັນຢູ່ຂອງກຳມະກອນ, ຜູ້ອອກແຮງງານແມ່ນໜ້າທີ່ການເມືອງສຳຄັນ

ພັກ ແລະ ລັດ ຍາມໃດກໍ່ກຳນົດວ່າ ຊົນຊັ້ນກຳມະກອນແມ່ນກຳລັງສຳຄັນທີ່ສຸດໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.

Top