• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາ ປິດໂຮງໝໍກາງສະໜາມ, ສິງກະໂປ ກວດພົບຜູູ້ຕິດເຊື້ອໂຄວິດ-19 ຕື່ມອີກຫລາຍຮ້ອຍຄົນ

ວັນທີ 02 ພຶດສະພາ, ອົງການກູ້ຊ່ວຍທົ່ວໂລກ Samaritans Purse, ເປັນອົງການບໍລິຫານໂຮງໝໍກາງສະໜາມປິ່ນປົວໃຫ້ບັນດາຜູ້ຕິດເຊື້ອໂຄວິດ-19 ຕັ້ງຢູ່ສວນສາທາລະນະໃຈກາງຢູ່ ນິວຢອກ ຈະປິດປະຕູ ຍ້ອນລັດ ນິວຢອກ ສືບຕໍ່ມີຈຳນວນຜູ້ຕິດເຊື້ອໄວຣັດ SARS-CoV-2 ຫລຸດລົງ. 
ຕາມ Samaritans Purse ແລ້ວ, ເລື່ອງປິດປະຕູໂຮງໝໍກາງສະໜາມດັ່ງກ່າວ ຈະສ້າງບາດລ້ຽວພໍສົນຄວນໃນການຄວບຄຸມໂລກລະບາດໂຄວິດ-19 ຢູ່ ນິວຢອກ.

ອາເມລິກາ ປິດໂຮງໝໍກາງສະໜາມ, ສິງກະໂປ ກວດພົບຜູູ້ຕິດເຊື້ອໂຄວິດ-19 ຕື່ມອີກຫລາຍຮ້ອຍຄົນ (ພາບ: AFP/ TTXVN)

ແລະກໍ່ໃນວັນທີ 02 ພຶດສະພາ, ກະຊວງສາທາລະນະສຸກ ສິງກະໂປ ໄດ້ກວດພົບມີຜູ້ຕິດເຊື້ອໄວຣັດ SARS-CoV-2 ຕື່ມອີກ 447 ຄົນ, ຍົກຈຳນວນຜູ້ຕິດເຊື້ອດັ່ງກ່າວຢູ່ປະເທດນີ້ ຂຶ້ນເຖິງ 17.485 ຄົນ.

ໃນຂະນະນັ້ນ, ຢູ່ ເອີຣົບ ໄດ້ກວດຜົບຜູ້ຕິດເຊື້ອໂຄວິດ-19 ຢ່າງຫນ້ອຍສຸດແມ່ນ 1.506.853 ຄົນ, ໃນນັ້ນ ມີ 140.260 ຄົນເສຍຊີວິດ, ສືບຕໍ່ແມ່ນທະວີບຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ ຍ້ອນໂລກລະບາດໂຄວິດ-19. ປັດຈຸບັນ, ແອັດສະປາຍ ແມ່ນປະເທດທີ່ມີຜູ້ຕິດເຊື້ອຫລາຍທີ່ສຸດຢູ່ ເອີຣົບ ດ້ວຍຈຳນວນ 242.988 ຄົນ.

ໃນຂະນະນັ້ນ, ສະພາບການໂລກລະບາດສືບຕໍ່ຜັນແປຢ່າງຮ້າຍແຮງຢູ່ ລັດເຊຍ. ໄລ່ຮອດຕອນສວາຍ ວັນທີ 02 ພຶດສະພາ, ປະເທດນີ້ ໄດ້ກວດພົບຜູ້ຕິດເຊື້ອໄວຣັກ SARS-CoV-2 ຕື່ມອີກ 9.623 ຄົນ ໃນຮອບເວລາ 24 ຊົ່ວໂມງ, ຍົກຈຳນວນຜູ້ຕິດເຊື້ອໃນທົ່ວສະຫະພັນລັດເຊຍ ແມ່ນ 124.054 ຄົນ.

 (ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top