• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາ ຍັງຢາກເຊັນຂໍ້ຕົກລົງດ້ານການຄ້າກັບ ຈີນ ໃນເດືອນໜ້າ

      ທ່ານປະທານາທິບໍດີ ອາເມລິກາ Donald Trump ຍັງມີຄວາມຫວັງວ່າ ຈະໄດ້ລົງລາຍເຊັນໃນຂໍ້ຕົກລົງດ້ານການຄ້າກັບທ່ານປະທານປະເທດ ຈີນ ສີຈິ້ນຜິງ ໃນຊຸມອາທິດຈະມາເຖິງ ໂດຍຖືກຕາມແຜນການທີ່ໄດ້ກຳນົດໄວ້.
            ຄຳຖະແຫຼງການດັ່ງກ່າວ ໂດຍທຳນຽບຂາວຍົກອອກມາ ພາຍຫລັງ ຈີເລ ປະກາດຖອນຕົວອອກຈາກການເປັນເຈົ້າພາບຈັດຕັ້ງກອງປະຊຸມສຸດຍອດເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC), ເຫດການໃນເດືອນ ພະຈິກ ເຊິ່ງການນຳ 2 ທ່ານຄາດວ່າຈະມີການພົບປະກັນຢູ່ນອກກອງປະຊຸມ ເພື່ອລົງລາຍເຊັນໃສ່ຂໍ້ຕົກລົງເບື້ອງຕົ້ນ.

ພາບປະກອບ/REUTERS/TTXVN
      ວັນທີ 30 ຕຸລາ, ທ່ານລັດຖະມົນຕີກະຊວງການເງິນ ອາເມລິກາ Steven Mnuchin ໃຫ້ຮູ້ວ່າ: ບັນດານັກເຈລະຈາທັງ 2 ຝ່າຍພວມຊອກຫາວິທີເພື່ອເອກະພາບກັນກ່ຽວກັບເອກະສານສະບັບໜຶ່ງ ເພື່ອໃຫ້ການນຳ 2 ປະເທດອາດຈະລົງລາຍເຊັນໃນໄລຍະຈະມາເຖິງ.
        ແລະກໍ່ໃນວັນທີ 30 ຕຸລາ, ກະຊວງການເງິນ ອາເມລິກາ ກໍ່ປະກາດວ່າ: ອາເມລິກາ ແລະ 6 ປະເທດອື່ນລວມມີ: ບາເຣນ, ຄູແວດ, ໂອມານ, ກາຕາ, ອາຣັບບິ ຊະອຸດິ ແລະ ສະຫະລັດ ອາຣັບ ເອມີເລດ (UAE) ໄດ້ຈັດວາງຄຳສັ່ງລົງໂທດ 25 ກຸ່ມບໍລິສັດ, ທະນາຄານ ແລະ ບຸກຄົນຕ່າງໆ ທີ່ມີການຕິດຕໍ່ພົວພັນກັບຂະບວນການ Hezbollah ຢູ່ ລີບີ.
 (ແຫຼ່ງຄັດຈາກ VOV)
 

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top