• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນ ສະແດງຄວາມວິຕົກກັງວົນຕໍ່ການຍິງທົດລອງລູກສອນໄຟນຳວິຖີຂອງ ສປປ.ເກົາຫຼີ

      ອາຊຽນ ຢັ້ງຢືນຄືນໃໝ່ວ່າ ພ້ອມແລ້ວທີ່ຈະສວມບົດບາດສ້າງ, ຮັບຮອງເອົາການນຳໃຊ້ບັນດາກົນໄກຂອງ ອາຊຽນ ເປັນຕົ້ນແມ່ນ ເວທີປາໄສພາກພື້ນ ອາຊຽນ (ARF), ໃນການຊຸກຍູ້ການເຈລະຈາສັນຕິພາບລະຫວ່າງບັນດາຝ່າຍທີ່ກ່ຽວຂ້ອງ ເພື່ອແນໃສ່ສ້າງແຫຼມເກົາຫຼີ ປອດນິວເຄຼຍ.
(ພາບປະກອບ: ຄະນະເລຂານຸການອາຊຽນ)
      ໃນຖະແຫຼງການສະບັບໜຶ່ງຂອງບັນດາລັດຖະມົນຕີກະຊວງການຕ່າງປະເທດ ບັນດາປະເທດ ອາຊຽນ ທີ່ຍົກອອກໃນວັນທີ 4 ກຸມພາ 2022 ອາຊຽນ, ໄດ້ສະແດງຄວາມວິຕົກກັງວົນຢ່າງຮຸນແຮງ ຕໍ່ເຫດການຍິງທົດລອງລູກສອນໄຟ ຫວ່າງມໍ່ໆມານີ້ຂອງ ສປປ.ເກົາຫຼີ  ຊຶ່ງອາດຈະ “ເຮັດໃຫ້ຄວາມເຄັ່ງຕຶງປີນຂັ້ນໄດ ແລະ ນາບຂູ່ເຖິງສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ”. ອາຊຽນ ຮຽກຮ້ອງໃຫ້ ສປປ.ເກົາຫຼີ ປະຕິບັດພັນທະຂອງປະເທດນີ້ຢ່າງຄົບຖ້ວນ ຕໍ່ມະຕິທຸກສະບັບທີ່ກ່ຽວຂ້ອງ ຂອງ ສະພາຄວາມໝັ້ນຄົງ ສປຊ. ອາຊຽນ ຢັ້ງຢືນຄືນໃໝ່ວ່າ ພ້ອມແລ້ວທີ່ຈະສວມບົດບາດສ້າງ, ຮັບຮອງເອົາການນຳໃຊ້ບັນດາກົນໄກຂອງ ອາຊຽນ ເປັນຕົ້ນແມ່ນ ເວທີປາໄສພາກພື້ນ ອາຊຽນ (ARF), ໃນການຊຸກຍູ້ການເຈລະຈາສັນຕິພາບລະຫວ່າງບັນດາຝ່າຍທີ່ກ່ຽວຂ້ອງ ເພື່ອແນໃສ່ສ້າງແຫຼມເກົາຫຼີ ປອດນິວເຄຼຍ.
        ຖະແຫຼງການຂອງ ອາຊຽນ ທີ່ໄດ້ຍົກອອມານັບແຕ່ຕົ້ນປີມາຮອດປັດຈຸບັນ, ສປປ.ເກົາຫຼີ ໄດ້ປະຕິບັດການຍິງທົດລອງລູກສອນໄຟ 7 ຄັ້ງ, ຄັ້ງຫຼ້າສຸດແມ່ນ ໄດ້ຍິງລູກສອນໄຟນຳວິຖີໄລຍະກາງ ແລະ ໄລຍະໄກ Hwasong – 12 ໜຶ່ງລູກໃນວັນທີ 30 ເດືອນມັງກອນ. ນີ້ແມ່ນການຍິງລູກສອນໄຟໄລຍະໄກທີ່ສຸດຂອງ ສປປ.ເກົາຫຼີ ນັບແຕ່ເດືອນພະຈິກ 2017 ເປັນຕົ້ນມາ.
(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top