• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນ ຊຸກຍູ້້ການຮ່ວມມືກັບບັນດາອົງການຈັດຕັ້ງສັງຄົມ ມຸ່ງໄປສູ່ປະຊາຄົມ

      ວັນທີ 29 ເມສາ, ເວທີປາໄສ ຄັ້ງທີ 3 ບັນດາອົງການຈັດຕັ້ງສັງຄົມຮ່ວມສໍາພັນກັບ ອາຊຽນ ຖືກຈັດຂຶ້ນຢູ່ ສໍານັກງານຄະນະເລຂາທິການ ອາຊຽນ ຢູ່ນະຄອນຫຼວງ ຈາກາກຕາ, ອິນໂດເນເຊຍ. 

ທ່ານຮອງເລຂາທິການໃຫຍ່ອາຊຽນ  Mochtanກ່າວຄໍາເຫັນທີ່ພິທີໄຂ (ພາບ: Vietnam+)
      ນີ້ແມ່ນເຫດການຖືກຈັດຂຶ້ນປະຈໍາປີ, ເພື່ອແນໃສ່ຕີລາຄາການຮ່ວມມືລະຫວ່າງຄະນະເລຂາທິການ ອາຊຽນ, ບັນດາອົງການທີ່ກ່ຽວຂ້ອງເຖິງ ອາຊຽນ ພ້ອມກັບບັນດາອົງການຈັດຕັ້ງສັງຄົມ ເພື່ອແນໃສ່ອັບເດັດບັນດາຜົນງານ ແລະ ສິ່ງທ້າທາຍຂອງ ອາຊຽນ ທີ່ກ່ຽວຂ້ອງເຖິງບັນດາມາດຕະການຮ່ວມມືຍຸດທະສາດ.
        ໂດຍກໍານົດວ່າ ບັນດາອົງການຈັດຕັ້ງສັງຄົມ ອາດຈະກາຍເປັນຂົວເຊື່ອມຕໍ່ຊຸກຍູ້ການຮ່ວມມືລະຫວ່າງ ອາຊຽນ ກັບ ປະຊາຄົມ, ຄະນະເລຂາທິການ ອາຊຽນ ໃຫ້ຄໍາໝັ້ນສັນຍາ ຈະສືບຕໍ່ສ້າງພາບພົດກ່ຽວກັບ ອາຊຽນ ມຸ່ງໄປສູ່ປະຊາຊົນ. ໃນຄວາມມານະພະຍາຍາມນີ້, ໃນໄລຍະຈະມາເຖິງ ຈະດໍາເນີນບັນດາການເຄື່ອນໄຫວ ຄື ເວທີປາໄສ ສື່ມວນຊົນ ອາຊຽນ ຄັ້ງທີ 3 ຢູ່ ບາງກອກ ໃນທ້າຍເດືອນ ກໍລະກົດ ຈະມາເຖິງ; ປະກາດ ລາງວັນ ອາຊຽນ ເພື່ອຮັບຮອງເອົາສ່ວນບຸກຄົນ ຫຼື ອົງການຈັດຕັ້ງ ດີເດ່ັນ ທີ່ມີການປະກອບສ່ວນອັນໃຫຍ່ຫຼວງ ເຂົ້າໃນຂະບວນວິວັດແຫ່ງການກໍ່ສ້າງປະຊາຄົມ ອາຊຽນ; ຈັດຕັ້ງເວທີປາໄສບັນດາສູນຄົ້ນຄວ້າ ອາຊຽນ ແລະ ບັນດາກຸ່ມ ເພື່ອແນໃສ່ຊຸກຍູ້ການຮ່ວມມື.
 (ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top