ວັນທີ 13 ກໍລະກົດ, ຢູ່ນະຄອນຫຼວງ ກົວລາລຳເປີ, ປະເທດ ມາເລເຊຍ, ບັນດາປະເທດ ອາຊຽນ ພ້ອມກັບ ຍີ່ປຸ່ນ, ຈີນ ແລະ ສ.ເກົາຫຼີ (ASEAN+3, APT) ໄດ້ຢືນຢັນຄືນໃໝ່ຄຳໝັ້ນສັນຍາເພີ່ມທະວີການເຊື່ອມໂຍງດ້ານເສດຖະກິດເຂົ້າກັບພາກພື້ນ ແລະ ຮັກສາລະບົບການຄ້າຫຼາຍຝ່າຍ ບົນກົດໝາຍໃນສະພາບການຂາດຄວາມສະຖຽນລະພາບດ້ານເສດຖະກິດ ແລະ ການຄ້າທົ່ວໂລກທີ່ເພີ່ມຂຶ້ນ.
ຖະແຫຼງການຂອງປະທານ ອາຊຽນ 2025 ພາຍຫຼັງກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ + 3 ຄັ້ງທີ 26 ໃຫ້ຮູ້ວ່າ, ບັນດາລັດຖະມົນຕີໄດ້ຊົມເຊີຍເລື່ອງຮັບຮອງເອົາຖະແຫຼງການຂອງບັນດາການນຳ ອາຊຽນ ກ່ຽວກັບການຮັບມືກັບຄວາມຂາດສະຖຽນລະພາບດ້ານເສດຖະກິດ ແລະ ການຄ້າທົ່ວໂລກ. ກອງປະຊຸມກໍ່ເນັ້ນໜັກເຖິງຄວາມຈຳເປັນຕ້ອງຊຸກຍູ້ ແລະ ຍົກສູງບັນດາສັນຍາການຄ້າເສລີກັບບັນດາຄູ່ຮ່ວມມືພາຍນອກ, ປັບປຸງກຳລັງແຮງຂອງລະບົບສະໜອງ ແລະ ຫັນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໃຫ້ໄດ້ສູງທີ່ສຸດ.