• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນ 2020: ອາຊຽນ - ອິນເດຍໃຫ້ຄຳໝັ້ນສັນຍາກຳນົດທິດການພົວພັນໃນສະຕະວັດ ທີ XXI

      ຕອນບ່າຍວັນທີ 12 ພະຈິກ, ທ່ານ ຫງວຽນຊວັນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມສຸດຍອດອາຊຽນ - ອິນເດຍ ຄັ້ງທີ 17 ດ້ວຍການເຂົ້າຮ່ວມຂອງ ການນຳບັນດາປະເທດ ອາຊຽນ, ທ່ານນາຍົກລັດຖະມົນຕີ ອິນເດຍ Marendra Modi, ທ່ານເລຂານຸການໃຫຍ່ອາຊຽນ Lim Jock Hoi.

ກອງປະຊຸມສຸດຍອດອາຊຽນ - ອິນເດຍ ຄັ້ງທີ 17 (ພາບ: baochinhphu.vn)
      ການນຳອາຊຽນ ແລະ ອິນເດຍໄດ້ໃຫ້ຄຳໝັ້ນສັນຍາກຳນົດທິດການພົວພັນລະຫວ່າງ ອາຊຽນ - ອິນເດຍ ໃນສະຕະວັດ ທີ XXI. ອີງໃສ່ບັນດາຄຸນຄ່າລວມ, ການສະຫຼັບກັນລະຫວ່າງບັນດາຊົນຊາດ ແລະ ບັນດາການພົວພັນຕິດຕໍ່ທີ່ມີມາແຕ່ດົນນານ, ບັນດາປະເທດໄດ້ຢັ້ງຢືນວ່າການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ອິນເດຍ ມີຄຸນຄ່າພິເສດສຳລັບສັນຕິພາບ, ສະຖຽນລະພາບ, ພັດທະນາ ແລະ ວັດທະນາຖາວອນໃນພາກພື້ນ ມະຫາສະມຸດອິນເດຍ, ປາຊີຟິກທີ່ກ້ວາງໃຫຍ່ ແລະ ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນ.
            ສ່ວນທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຕີລາຄາສູງຕໍ່ບົດບາດຂອງ ອິນເດຍໃນການຊຸກຍູ້ການຮ່ວມມື ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມືໃນພາກພື້ນ, ທ່ານກໍ່ສະແດງຄວາມປາດຖະໜາຢາກໃຫ້ອິນເດຍເຂົ້າຮ່ວມບັນດາຂົງເຂດຮ່ວມມືກັບອາຊຽນຢ່າງເລິກເຊິ່ງກວ້າງຂວາງກ່ວາອີກ, ພ້ອມກັບບັນດາປະເທດ ຕໍ່ສູ້, ຕ້ານໂລກລະບາດ ໂຄວິດ - 19 ເພື່ອຄວາມປອດໄພຂອງປະຊາຊົນ.
            ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຢັ້ງຢືນທັດສະນະຂອງ ຫວຽດນາມຢ່າງຈະແຈ້ງ ແມ່ນສອດຄ່ອງກັບຫຼັກໝັ້ນ, ຫຼັກການຂອງ ອາຊຽນ ກ່ຽວກັບທະເລຕາເວັນອອກ ທີ່ໄດ້ຢັ້ງຢືນຢູ່ກອງປະຊຸມສຸດຍອດອາຊຽນຄັ້ງທີ 36 ໃນເດືອນ ມິຖຸນາ 2020, ກອງປະຊຸມລັດຖະມົນຕີ ກະຊວງການຕ່າງປະເທດ ອາຊຽນຄັ້ງທີ 53 ໃນເດືອນກັນຍາ 2020 ກໍ່ຄືຢູ່ກອງປະຊຸມສຸດຍອດ ອາຊຽນຄັ້ງທີ 37 ນີ້ ເພື່ອແນໃສ່ສ້າງທະເລຕາເວັນອອກ ໃຫ້ກາຍເປັນເຂດທະເລແຫ່ງສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື.
            ສິ້ນສຸດກອງປະຊຸມ, ປະທານກອງປະຊຸມໄດ້ອອກຖະແຫຼງການປະທານກ່ຽວກັບໝາກຜົນກອງປະຊຸມສຸດຍອດອາຊຽນ - ອິນເດຍ ຄັ້ງທີ 17.
(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top