• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາຊຽນ 2020: ປະທານາທິບໍດີ ສ.ເກົາຫຼີ ຈະເຂົ້າຮ່ວມບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

      ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae –in ມີແຜນການເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງຕ່າງໆຜ່ານທາງອອນລາຍ ໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງໃນອາທິດນີ້, ດ້ວຍເນື້ອໃນຈຸດສຸມແມ່ນ ການຮ່ວມມືລະຫວ່າງ ເຊີອຸນ ກັບບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ກໍຄືບາງປະເທດໃນພາກພື້ນ ອາຊີ - ປາຊີຟິກ.

ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae –in (ພາບ: TTXVN) 
      ໃນແຈ້ງການສະບັບອອກວັນທີ10 ພະຈິກ, ທຳນຽບປະທານາທິບໍດີ ສ.ເກົາຫຼີ ໃຫ້ຮູ້ວ່າ ທ່ານປະທານາທິບໍດີ Moon Jae – in ຈະເຂົ້າຮ່ວມກອງປະຊຸມສຸດຍອດຜ່ານທາງອອນລາຍ ກັບການນຳບັນດາປະເທດ ອາຊຽນ ໃນວັນທີ 12 ພະຈິກ, ປຶກສາຫາລືກ່ຽວກັບການພົວພັນຮ່ວມມືຂອງ ເຊີອູນກັບບັນດາປະເທດສະມາຊິກ ອາຊຽນ ໃນບັນດາຂົງເຂດທີ່ແຕກຕ່າງກັນ. ວັນທີ 13 ພະຈິກ, ທ່ານປະທານາທິບໍດີ Moon  Jae – in ຈະເຂົ້າຮ່ວມກອງປະຊຸມສຸດຍອດກັບການນຳ 5 ປະເທດ ທີ່ມີແມ່ນ້ຳຂອງໄຫຼຜ່ານ ລວມມີ ຫວຽດນາມ, ກຳປູເຈຍ, ມຽນມາ, ລາວ ແລະ ໄທ, ປຶກສາຫາລືກ່ຽວກັບບັນດາວິທີການປັບປຸງສາຍພົວພັນ. ວັນທີ 14 ພະຈິກ, ທ່ານປະທານາທິບໍດີ Moon Jae – in ຈະເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ + 3 (APT) ຄັ້ງທີ 23; ເຂົ້າຮ່ວມວາລະປະຊຸມ ເວທີປາໄສສຸດຍອດອາຊີຕາເວັນອອກ. ວັນທີ 15 ພະຈິກ, ທ່ານປະທານາທິບໍດີ Moon Jae – in ມີແຜນການເຂົ້າຮ່ວມພິທີລົງນາມໃນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP)./.
(ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top