• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັດ​​ຊຸດຮຽນ​ພາ​ສາ​ຫວຽດ​​ໃຫ້​ແກ່​ພະ​ນັກ​ງານ, ນັກ​ຮົບ​ກະ​ຊວງ​​ປ້ອງ​ກັນ​ຄວາ​ມ​ສະ​ຫງົບ​ລາວ

ຕອນເຊົ້າວັນທີ 30 ມິຖຸນາ, ຢູ່ນະຄອນຫຼວງ ວຽງຈັນ, ກະຊວງປ້ອງກັນຄວາມສະຫງົບໄດ້ສົມທົບກັບສະຖານທູດຫວຽດນາມ ແລະ ອົງການຕາງໜ້າກະຊວງຕຳຫຼວດຫວຽດນາມ ປະຈຳລາວ ຈັດຕັ້ງພິທີອັດຊຸດຮຽນພາສາຫວຽດໃຫ້ແກ່ພະນັກງານ, ນັກຮົບກະຊວງປ້ອງກັນຄວາມສະຫງົບລາວ.


ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳລາວ ຖ່າຍຮູບກັບບັນດານັກສຳມະນາກອນ 

(ພາບ: TTXVN)


ພາຍຫຼັງການຮ່ຳຮຽນມາເປັນເວລາ 8 ເດືອນ, ນັກຮຽນ 17 ຄົນທັງໝົດສາມາດທັກທາຍດ້ວຍພາສາຫວຽດໄດ້. ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳລາວເນັ້ນໜັກວ່າ ການຮ່ວມມືລະຫວ່າງກະຊວງປ້ອງກັນຄວາມສະຫງົບລາວ ແລະ ກະຊວງຕຳຫຼວດຫວຽດນາມແມ່ນສວມບົດບາດສຳຄັນທີ່ສຸດໃນການຮ່ວມມືລະຫວ່າງສອງຝ່າຍ. ດັ່ງນັ້ນ, ເລື່ອງພະນັກງານ, ນັກຮົບກະຊວງປ້ອງກັນຄວາມສະຫງົບລາວ ຮູ້ພາສາຫວຽດ ຈະປະກອບສ່ວນເຂົ້າໃນການຍົກສູງປະສິດທິຜົນການຮ່ວມມືລະຫວ່າງສອງກຳລັງໃນໄລຍະຈະມາເຖິງ.

ທ່ານ ວັນທອນ ສຸລິສັກ ຮອງຫົວໜ້າກົມປ້ອງກັນຄວາມສະຫງົບລາວເນັ້ນໜັ້ກວ່າ: ບົນພື້ນຖານການພົວພັນພິເສດລະຫວ່າງສອງປະເທດ, ກະຊວງປ້ອງກັນຄວາມສະຫງົບລາວໄດ້ກຳນົດການຮຽນພາສາຫວຽດແມ່ນສິ່ງທີ່ຈຳເປັນທີ່ສຸດ, ປະກອບສ່ວນສຳຄັນເຂົ້າການສົມທົບ ແລະ ຮ່ວມມືດ້ານວີຊາການລະຫວ່າງ ກະຊວງປ້ອງກັນຄວາມສະຫງົບລາວ ແລະ ກະຊວງຕຳຫຼວດຫວຽດນາມ.

(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top