• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັດ​ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ AIPA – 42

ຕອນບ່າຍວັນທີ 25 ສິງຫາ, ກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດ ອາຊຽນ ຄັ້ງທີ 42 (AIPA 42 ) ຖືກອັດລົງພາຍຫຼັງເຮັດວຽກມາເປັນເວລາ 3 ວັນ ດ້ວຍແບບທາງໄກ. ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໂດຍທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ນຳໜ້າຄະນະເຂົ້າຮ່ວມພິທີອັດແບບທາງໄກ.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ເຂົ້າຮ່ວມພິທີອັດແບບທາງໄກ (ພາບ: TTXVN)
ກ່າວຄຳເຫັນອັດກອງປະຊຸມສະມັດຊາໃຫຍ່ AIPA 42, ທ່ານ Abdul Rahman Raib Pehin Orang Kaya Seri Lela, ປະທານສະມັດຊາໃຫຍ່ AIPA 42, ປະທານສະພານິຕິບັນຍັດ ບຣູໄນ Darussalam ໃຫ້ຮູ້ວ່າ ກອງປະຊຸມສະມັດຊາໃຫຍ່ AIPA 42 ໄດ້ປຶກສາຫາລືຫຼາຍບັນຫາໃນຫຼາຍຂົງເຂດທີ່ແຕກຕ່າງກັນ. ພ້ອມທັງເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືລະຫວ່າງລັດຖະສະພາ, ພິເສດແມ່ນຄຳໝັ້ນສັນຍາຂອງ AIPA ໃນການສ້າງປະຊາຄົມ ອາຊຽນ ເພື່ອສ້າງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ແລະ ສ້າງຄວາມວັດທະນາຖາວອນລວມໃຫ້ແກ່ພາກພື້ນ. ກອງປະຊຸມສະມັດຊາໃຫຍ່ AIPA 42 ກໍຮັບຮອງເອົາມະຕິຮັບ ລັດຖະສະພາ ຢູແກຼນ ແລະ ປາກິດສະຖານ ເປັນລັດຖະສະພາສັງເກດການ; ເປີດກວ້າງຕາໜ່າງສັງເກດການ, ສ້າງຕາໜ່າງການທູດລັດຖະສະພານັບມື້ນັບກວ້າງຂວາງກວ່າ.
ທ່ານ Abdul Rahman Raib Pehin Orang Kaya Seri Lela, ປະທານສະມັດຊາໃຫຍ່ AIPA 42 ເປັນປະທານພິທີອັດ (ພາບ: TTXVN)

ກ່ອນທີ່ພິທີອັດຖືກດຳເນີນ, ສະມັດຊາໃຫຍ່ AIPA ກໍໄດ້ດຳເນີນກອງປະຊຸມຄົບຄະນະຄັ້ງທີ 2, ຫົວໜ້າຄະນະຜູ້ແທນສະພາແຫ່ງຊາດ, ລັດຖະສະພາບັນດາປະເທດ ໄດ້ພ້ອມກັນລົງນາມໃນແຈ້ງການຮ່ວມຂອງ ສະມັດຊາໃຫຍ່ AIPA 42.
(ແຫຼ່ງຄັດຈາກ VOV)

ການ​ທູດ​ສະ​ພາ​ແຫ່ງ​ຊາດ​ຜັນ​ຂະ​ຫຍາຍ​ຢ່າງ​ຄົບ​ຊຸດ​ກັບ​ການ​ທູດ​ພ​ັກ, ການ​ທູດ​ລັດ ແລະ ການ​ທູດ​ປະ​ຊາ​ຊົນ

ການ​ທູດ​ສະ​ພາ​ແຫ່ງ​ຊາດ​ຜັນ​ຂະ​ຫຍາຍ​ຢ່າງ​ຄົບ​ຊຸດ​ກັບ​ການ​ທູດ​ພ​ັກ, ການ​ທູດ​ລັດ ແລະ ການ​ທູດ​ປະ​ຊາ​ຊົນ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ຮຽກ​ຮ້ອງວ່າ​ວຽກ​ງານ​ປະ​ສາ​ນ​ສົມ​ທົບ​ຕ້ອງ​ໄດ້​ຕ​ປະ​ບິດ​ໂດຍ​ໄວ, ຈາກ​ໄກ, ນັບ​ແຕ່​ຂັ້ນ​ຕອນ​ຄົ້ນ​ຄ້​ວາ, ຄາດ​ຄະ​ເນ ແລະ ເປັນ​ເສ​ນາ​ທິ​ການ​ແຜນ​ນະ​ໂຍ​ບາຍ, ແທນ​ທີ່​ແກ້​ໄຂວຽກ​ງານ​ເມື່ອ​ເກີດ​ຂຶ້ນ.

Top