• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັດໂຄງການຄູ່ຮ່ວມມືມະຫາສະໝຸດປາຊີຟິກ - ເພື່ອມນິດ ມະຫາສະໝຸດ ປາຊີຟິກ

ລາຍການດັ່ງກ່າວແມ່ນໂຄງການໜູນຊ່ວຍມະນຸດສະທຳ ແລະ ຮັບມືກັບໄພພິບັດນາໆຊາດປະຈຳປີໃຫຍ່ທີ່ສຸດຂອງກອງທັບເຮືອ ອາເມລິກາ ຢູ່ພາກພື້ນມະຫາສະໜຸດ ອິນເດຍ - ປາຊີຟິກ.
  ທ່ານ ຮວ່າງນາມ, ຮອງປະທານຄະນະກຳມະການປະຊາຊົນແຂວງ ກວາງຈິ. (ພາບ: VNA)  

ຕອນ​ຄ່ຳ​ວັນ​ທີ 03 ກໍ​ລະ​ກົດ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ກວາງ​ຈິ ໄດ້​ສົມ​ທົບ​ກັບ​ບັນ​ດາ​ຄູ​່​ຮ່ວມ​ມື ອາ​ເມ​ລິ​ກາ ຈັດ​ພິ​ທີ​ອັດໂຄງ​ການຄູ່​ຮ່ວມ​ມື​ມະ​ຫາ​ສະ​ໝຸດ ປາ​ຊີ​ຟິກ - ເພື່ອມ​ນິດ​ ມະ​ຫາ​ສະ​ໝຸດ ປາ​ຊີ​ຟິກ ປີ 2026 ຢູ່​ແຂວງ ກວາງ​ຈິ.

ລາຍ​ການ​ດັ່ງ​ກ່າວ​ແມ່ນ​ໂຄງ​ການ​ໜູນ​ຊ່ວຍ​ມະ​ນຸດ​ສະ​ທຳ ແລະ ຮັບ​ມື​ກັບ​ໄພ​ພິ​ບັດ​ນາໆ​ຊາດ​ປະ​ຈຳ​ປີ​ໃຫຍ່​ທີ່​ສຸດ​ຂອງກອງ​ທັບ​ເຮືອ ອ​າ​ເມ​ລິ​ກາ ຢູ່​ພາກ​ພື້ນມະ​ຫາ​ສະ​ໜຸ​ດ ​ອິນ​ເດຍ - ປາ​ຊີ​ຟິກ. ປີ 2026, 2 ໂຄງ​ການ​ດັ່ງ​ກ່າວ​ໄດ້​ສົມ​ທົບ​ກັນ​ເປັນໂຄງ​ການ​ຄູ່​ຮ່ວມ​ມື​ມະ​ຫາ​ສະ​ໝຸດ ​ປາ​ຊີ​ຟິກ - ເພື່ອມ​ນິດ​ ມະ​ຫາ​ສະ​ໝຸດ ປາ​ຊີ​ຟິກ 2026 (PP-PF 26), ຈັດ​ຂຶ້ນ​ແຕ່​ວັນ​ທີ 22 ມິ​ຖຸ​ນາ ຮອດ​ວັນ​ທີ 06 ກໍ​ລະ​ກົດ 2026 ຢູ່​ຫຼາຍ​ທ້ອງ​ຖິ່ນ​ໃນ​ບໍ​ລິ​ເວນ​ແຂວງ ກວາງ​ຈິ. ທ່ານ ຮວ່າງ​ນາມ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ກວາງ​ຈິ, ໃຫ້​ຮູ້​ວ່າ:

“ໂຄງ​ການ​ປີນີ້​ຈັດ​ຂຶ້ນ​ໃນ​ຈຸດ​ເວ​ລາ​ທີ່​ແຂວງ ກວາງ​ຈິ ຈັດ​ງານ​ບຸນ​ເພື່ອ​ສັນ​ຕິ​ພາບ​ປີ 2026. ງານ​ພົບ​ປະ​ນີ້​ມີ​ຄວາມ​ໝາຍ​ເລິກ​ເຊິ່ງ, ຍ້ອນ​ພວກ​ເຮົາ​ພວມ​ພ້ອມ​ກັນ​ຢືນ​ຢັນ​ສານ​ຂໍ້ຄວາມລວມທີ່ວ່າ: ສັນ​ຕິ​ພາບບໍ່​ພຽງ​ແຕ່​ແມ່ນ​ຄວາມ​ຄາດ​ຫວັງເທົ່າ​ນັ້ນ, ຫາກ​ຍັງ​ແມ່​ນ​ພື້ນ​ຖານ​ເພື່ອ​ໃຫ້​ບັນ​ດາ​ຊາດ​ຮ່ວມ​ມື, ພັດ​ທະ​ນາ ແລະ ພ້ອມ​ກັນ​ມຸ່ງ​ໄປ​ເຖິງ​ອະ​ນາ​ຄົດ​ອັນ​ດີ​ງາມກວ່າ”.

(ແຫຼ່ງຄັດຈາກ VOV)

ກະກຽມໃຫ້ປີ APEC 2027 ຢ່າງລອບຄອບທີ່ຖ້ວນ

ກະກຽມໃຫ້ປີ APEC 2027 ຢ່າງລອບຄອບທີ່ຖ້ວນ

ບັນດາຫົວໜ່ວຍຕ້ອງຮີບເຮັ່ງສ້າງແຜນການຈັດສູນສື່ມວນຊົນ, ເຂດພັກອາໄສ, ພາຫະນະໄປມາໃຫ້ແກ່ນັກຂ່າວ ແລະ ບັນດາເງື່ອນໄຂຮັບໃຊ້ນັກຂ່າວໃຫ້ສຳເລັດໂດຍໄວ

Top