• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອັດງານມະຫາກຳລິກາ Asian Para Games 2023

ພິທີອັດໄດ້ເນັ້ນໜັກເຖິງຈຸດເວລາທີ່ໜ້າຈື່ຈຳຢູ່ງານມະຫາກຳກິລາ ຮາງເຈົາ, ໝາກຫົວໃຈຂອງປະຊາຊົນ ຈີນ ແລະ ເພື່ອນມິດ ອາຊີ.
ພິທີອັດງານມະຫາກຳກິລາຄົນພິການອາຊີ ຄັ້ງທີ 4 (ພາບ: CCTV)

ຕອນຄ່ຳວັນທີ 28 ຕຸລາ, ພິທີອັດງານມະຫາກຳກິລາຄົນພິການອາຊີ ຄັ້ງທີ 4 (Asian Para Games 2023) ໄດ້ຈັດຂຶ້ນຢູ່ສະໜາມກິລາສູນກິລາ Olympic ຮາງເຈົາ (ຈີນ). ພິທີອັດໄດ້ເນັ້ນໜັກເຖິງຈຸດເວລາທີ່ໜ້າຈື່ຈຳຢູ່ງານມະຫາກຳກິລາ ຮາງເຈົາ, ໝາກຫົວໃຈຂອງປະຊາຊົນ ຈີນ ແລະ ເພື່ອນມິດ ອາຊີ.

Asian Para Games 2023 ຈັດຂຶ້ນຢູ່ ຮາງເຈົາ ແຕ່ວັນທີ 22 – 28 ຕຸລາ. ດ້ວຍການເຂົ້າຮ່ວມຂອງນັກກິລາຄົນພິການເກືອບ 3.100 ຄົນ ທີ່ມາຈາກ 44 ປະເທດ ແລະ ເຂດແຄ້ວນ, Asian Para Games 2023 ແມ່ນງານມະຫາກຳກິລາຄົນພິການອາຊີ ໃຫຍ່ທີ່ສຸດໃນປະຫວັດສາດ. Asian Para Games ຄັ້ງນີ້ໄດ້ຮັບຮູ້ 21 ສະຖິຕິໂລກ, 70 ສະຖິຕິອາຊີ.

ໃນຕາຕະລາງຈັດຫຼຽນ Asian Para Games 2023, ປະເທດ ເຈົ້າພາບ ຈີນ ຢືນອັນດັບທີ 1, ຖັດຈາກນັ້ນແມ່ນ ອີຣານ, ຍີ່ປຸ່ນ, ສ.ເກົາຫຼີ, ອິນເດຍ…

ເຂົ້າຮ່ວມເຫດການນີ້, ຄະນະນັກກິລາ ຫວຽດນາມ ຄວ້າໄດ້ 1 ຫຼຽນຄຳ, 10 ຫຼຽນເງິນ ແລະ 9 ຫຼຽນທອງ, ຢືນອັນດັບທີ 22/44 ທິມເຂົ້າຮ່ວມ.

(ແຫຼ່ງຄັດຈາກ VOV)

ນະໂຍບາຍພາສີຂອງ ອາເມລິກາ ມີຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ

ນະໂຍບາຍພາສີຂອງ ອາເມລິກາ ມີຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ

ຄວາມເຄັ່ງຕຶງດ້ານການຄ້າໃນປະຈຸບັນ ບໍ່ນຳມາເຊິ່ງຜົນປະໂຫຍດໃຫ້ບໍ່ວ່າຝ່າຍໃດ.

Top