• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອະ​ນຸ​ມັດ​ຜ່ານ​ແຜນ​ຮ່າງ​ຫັນ​ເປັນ​ດີ​ຈີ​ຕອນ​ສຳ​ລັບບັນ​ດາ​ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ກາງ ໄລ​ຍະ 2026 – 2030

ມີວິສາຫະກິດຂະໜາດນ້ອຍ ແລະ ກາງຢ່າງໜ້ອຍສຸດ 300 ແຫ່ງ ໄດ້ຮັບການໜູນຊ່ວຍແອັບຟຼີເຄຊັນ, ມາດຕະການເຕັກໂນໂລຢີດີຈີຕອນ, ພື້ນຖານດີຈີຕອນ, ປັນຍາປະດິດ.
ທ່ານ ຫງວຽນຈີຢຸງ ຮອງນາຍົກລັດຖະມົນຕີ ຫວຽດນາມ (ພາບ: TTXVN)

ທ່ານ ຫງວຽນຈີຢຸງ ຮອງນາຍົກລັດຖະມົນຕີ ຫວຽດນາມ ຫາກໍ່ເຊັ່ນຂໍ້ຕົກລົງອະນຸມັດຜ່ານແຜນຮ່າງຫັນເປັນດີຈີຕອນສຳລັບບັນດາວິສາຫະກິດຂະໜາດນ້ອຍ ແລະ ກາງ ໄລຍະ 2026 – 2030 (ເອີ້ນຫຍໍ້ວ່າ ແຜນຮ່າງ). ເປົ້າໝາຍຂອງແຜນຮ່າງແມ່ນເພື່ອແນໃສ່ຍົກສູງລະດັບກຽມພ້ອມ,ຄວາມສາມາດຫັນເປັນດີຈີຕອນຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ ຜ່ານບັນດານະໂຍບາຍໜູນຊ່ວຍທີ່ເໝາະສົມກັບຄວາມຕ້ອງການ, ຂອບຂະໜາດ, ລະດັບກຽມພ້ອມ ແລະ ລັກສະນະຈຳເພາະຂອງແຕ່ລະຂະແໜງ, ຂົງເຂດ; ຈາກນັ້ນ ຊຸກຍູ້ການຫັນເປັນດີຈີຕອນຢ່າງແທດຈິງ, ຮອບດ້ານ, ເພີ່ມສະມັດຕະພາບ ແລະ ປະສິດທິຜົນການເຄື່ອນໄຫວ, ຄວາມສາມາດຮັບມືກັບການເໜັງຕິງຂອງຕະຫຼາດ ແລະ ເຂົ້າຮ່ວມຕ່ອງໂສ້ມູນຄ່ພາກພື້ນ ແລະ ທົ່ວໂລກ ຢ່າງເລິກເຊິ່ງ.

ແຜນຮ່າງດັ່ງກ່າວສູ້ຊົນຮອດປີ 2030, ມີວິສາຫະກິດຂະໜາດນ້ອຍ ແລະ ກາງ ຢ່າງໜ້ອຍສຸດ 500 ແຫ່ງ ໄດ້ຮັບການໜູນຊ່ວຍຜ່ານບັນດາການເຄື່ອນໄຫວຂອງແຜນຮ່າງ. ໃນນັ້ນ, ມີວິສາຫະກິດຂະໜາດນ້ອຍ ແລະ ກາງຢ່າງໜ້ອຍສຸດ 300 ແຫ່ງ ໄດ້ຮັບການໜູນຊ່ວຍແອັບຟຼີເຄຊັນ, ມາດຕະການເຕັກໂນໂລຢີດີຈີຕອນ, ພື້ນຖານດີຈີຕອນ, ປັນຍາປະດິດ. ພ້ອມທັງສ້າງກຸ່ມວິສາຫະກິດຂະໜາດນ້ອຍ ແລະ ກາງ 200 ແຫ່ງທີ່ເປັນຕົວແທນກ່ຽວກັບການຫັນເປັນດີຈີຕອນໃນຂະແໜງ, ຂົງເຂດທີ່ສຳຄັນ ເຊັ່ນ: ວິທະຍາສາດ - ເຕັກໂນໂລຢີ, ອຸດສາຫະກຳຜະລິດ, ປຸງແຕ່ງ, ກະສິກຳ, ສາທາລະນະສຸກ, ການຄ້າ, logistics, ການເງິນ, ການສຶກສາ ແລະ ການທ່ອງທ່ຽວ.

(ແຫຼ່ງຄັດຈາກ VOV)

ກຳ​ລັງ​ເສ​ນາ​ຮັກ ຫວຽດ​ນາມ ແລະ ຈີນ ກວດ, ປິ່ນ​ປົ່ວ​ພະ​ຍາດ​ໃຫ້​ປະ​ຊາ​ຊົນ​ເຂດ​ຊາຍ​ແດນ​ສອງ​ປະ​ເທດ

ກຳ​ລັງ​ເສ​ນາ​ຮັກ ຫວຽດ​ນາມ ແລະ ຈີນ ກວດ, ປິ່ນ​ປົ່ວ​ພະ​ຍາດ​ໃຫ້​ປະ​ຊາ​ຊົນ​ເຂດ​ຊາຍ​ແດນ​ສອງ​ປະ​ເທດ

ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍດ້ານການເມືອງ, ສັງຄົມ ແລະ ມະນຸດສະທຳອັນສູງສົ່ງ ເພື່ອແນໃສ່ສະແດງຄວາມຮູ້ບຸນຄຸນຕໍ່ການອຸ້ມຊູຊ່ວຍເຫຼືອຂອງປະຊາຊົນ, ອຳນາດການປົກຄອງທ້ອງຖິ່ນທີ່ມີຕໍ່ກອງທັບສອງປະເທດ. ການເຄື່ອນໄຫວນີ້ຈະປະກອບສ່ວນຍົກສູງນ້ຳໃຈຄວາມສາມັກຄີມິດຕະພາບຂອງປະຊາຊົນ, ກອງທັບສອງປະເທດເວົ້າລວມ ແລະ ກຳລັງເສນາຮັກເວົ້າສະເພາະ.

Top