• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫ​ວຽດ​ນາມ ແລະ ໄທ​ມຸ່ງ​ໄປ​ເຖິງ​ການ​ນຳ​ວົງ​ເງິນ​ການ​ຄ້​າ​ສອງ​ສົ້ນ​ໃຫ້​ບັນ​ລຸ 37 ຕື້ USD ໃນ​ປີ 2025

ໃນຂອບເຂດການຢ້ຽມຢາມ ໄທ ຢ່າງເປັນທາງການ, ຕອນບ່າຍວັນທີ 17 ພະຈິກ, ຢູ່ນະຄອນຫຼວງບາງກອກ, ທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ທ່ານ ອາຄົມ ເຕິມພິທະຍາໄພສິດ ລັດຖະມົນຕີກະຊວງການເງິນໄທ ພ້ອມກັບການນຳບາງກະຊວງ, ຂະແໜງການຫວຽດນາມ ໄດ້ພົບປະກັບວິສາຫະກິດດີເດັ່ນ ຫວຽດນາມ - ໄທ.

ໃນຂອບເຂດການຢ້ຽມຢາມ ໄທ ຢ່າງເປັນທາງການ, ຕອນບ່າຍວັນທີ 17 ພະຈິກ, ຢູ່ນະຄອນຫຼວງບາງກອກ, ທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ທ່ານ ອາຄົມ ເຕິມພິທະຍາໄພສິດ ລັດຖະມົນຕີກະຊວງການເງິນໄທ ພ້ອມກັບການນຳບາງກະຊວງ, ຂະແໜງການຫວຽດນາມ ໄດ້ພົບປະກັບວິສາຫະກິດດີເດັ່ນ ຫວຽດນາມ - ໄທ.

  ທ່ານປະທານປະເທດ ຫງວຽນຊວັນຟຸກ ພົບປະກັບວິສາຫະກິດ ຫວຽດນາມ ດີເດັ່ນ (ພາບ: TTXVN)  

ກ່າວຄຳເຫັນທີ່ເຫດການ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ຕີລາຄາສູງການຮ່ວມມືລະຫວ່າງຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ໄດ້ເຊັນຂໍ້ຕົກລົງການຮ່ວມມືກັບຄະນະກຳມະການການຄ້າ ໄທ ແລະ ສະເໜີໃຫ້ສອງປະເທດເພີ່ມທະວີການຮ່ວມມື ແລະ ແບ່ງປັນບົດຮຽນປະສົບການໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ ແລະ ຜົນປະໂຫຍດຄືເສດຖະກິດດີຈີຕອນ, ຄວາມໝັ້ນຄົງດ້ານພະລັງງານ, ຄ້ຳປະກັນ ດ້ານສະບຽງອາຫານ, ການເຕີບໂຕຂຽວ ແລະ ຍືນຍົງ. ທ່ານປະທານປະເທດ ຫງວຽນຊວັນຟຸກ ຖືວ່າ:

ໃນເວລາ 30 ປີຜ່ານມາ, ພິເສດແມ່ນ 10 ປີໃກ້ໆນີ້, ໄທແມ່ນໜຶ່ງໃນບັນດາຄູ່ຮ່ວມມືທາງການຄ້າໃຫຍ່ທີ່ສຸດຂອງ ຫວຽດນາມ. ມື້ນີ້, ທີ່ການໂອ້ລົມສົນທະນາ ຂ້າພະເຈົ້າໄດ້ເວົ້າວ່າ ສູ້ຊົນຮອດປີ 2025 ສອງປະເທດນຳວົງເງິນການຄ້າໃຫ້ຂຶ້ນເຖິງ 25 ຫາ 30 ຕື້ USD. 30 ຕື້ USD ນີ້ແມ່ນຕົວເລກທີ່ມີຄວາມໝາຍທີ່ສຸດ ແລະ ແມ່ນຕົວເລກທີ່ບັນລຸໄດ້ບໍ່ຍາກຍ້ອນວ່າປັດຈຸບັນພວກເຮົາບັນລຸໄດ້ປະມານ 20 ຕື້ USDແລ້ວ. ຄຳຖາມທີ່ຕັ້ງຂຶ້ນແມ່ນໃຜຈະເປັນ ຜູ້ບັນລຸໄດ້ຕົວເລກດັ່ງກ່າວ. ພວກເຮົາອາດຈະຢັ້ງຢືນ ແລະ ຕອບວ່າ ນັ້ນແມ່ນບັນດານັກທຸລະກິດຂອງ ສອງປະເທດ, ພິເສດແມ່ນບັນດາວິສາຫະກິດດີເດັ່ນ ປະກອບສ່ວນເຂົ້າໃນການພົວພັນດ້ານເສດຖະກິດ, ການຄ້າ ລະຫວ່າງສອງປະເທດ.

 

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຈະໄປຢ້ຽມຢາມ ສະຫະພັນ ລັດເຊຍ ຢ່າງເປັນທາງການ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທງເໝີ້ນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຈະໄປຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ ແຕ່ວັນທີ 08 – 11 ກັນຍາ.

Top