• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫ​ວຽດ​ນາມ ແລະ ສີ​ລັງ​ກາ ເຫັນ​ດີ​ເປັນ​ເອ​ກະ​ພາບ​ຊຸກ​ຍູ້​ການ​ຮ່ວມ​ມື​ໃນຫຼາ​ຍ​ຂົງ​ເຂດ

ທ່ານປະທານາທິບໍດີ ສີລັງກາ ຢັ້ງຢືນຈະສ້າງເງື່ອນໄຂສົ່ງເສີມວິສາຫະກິດ ຫວຽດນາມ ເຂົ້າໃນມາລົງທຶນບັນດາຂົງເຂດຍຸດທະສາດເຊິ່ງ ສີລັງກາມີຄວາມຕ້ອງການສູງຄື: ພື້ນຖານໂຄງລ່າງ, ໂທລະຄົມມະນາຄົມ, ການສຶກສາ, ການແພດ, ກະສິກຳນຳໃຊ້ເຕັກໂນໂລຢີສູງ.
  ການຖະແຫຼງຂ່າວ (ພາບ: VOV)  

ຕອນເຊົ້າວັນທີ 5 ພຶດສະພາ, ພາຍຫຼັງພິທີຕ້ອນຮັບຢູ່ຮ່າໂນ້ຍ, ທ່ານປະທານປະເທດ ເລືອງເກື່ອງ ແລະ ທ່ານປະທານາທິບໍດີ ສັງລັງກາໄດ້ພົບປະເຈລະຈາ. ສອງຝ່າຍໄດ້ເຫັນດີເປັນເອກະພາບຊຸກຍູ້ບັນດາການຢ້ຽມຢາມຂັ້ນສູງ, ທຸກຂັ້ນເປັນປະຈຳ, ຄົ້ນຄ້ວາຄວາມອາດສາມາດຍົກລະດັບການພົວພັນເມື່ອມີເງື່ອນໄຂ ແລະ ໄດ້ຮັບຄວາມເຫັນດີຈາກສອງຝ່າຍ. ເນັ້ນໜັກເຖິງຄວາມສາມາດບົ່ມຊ້ອນໃນການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນລະຫວ່າງສອງປະເທດຍັງໃຫຍ່ຫຼວງທີ່ສຸດ, ການນຳສອງທ່ານໄດ້ເຫັນດີເປັນເອະພາບສ້າງເງື່ອນໄຂສະດວກເປີດປະຕູໃຫ້ແກ່ສິນຄ້າທີ່ເປັນທ່າແຮງແຕ່ລະປະເທດ ໃຫ້ແຊກຊືມເຂົ້າກັບຕະຫຼາດຂອງກັນ, ມຸ່ງໄປເຖິງການຫັນລະບົບສະໜອງເປັນຫຼາຍຮູບແບບ, ສູ້ຊົນບັນລຸເປົ້າໝາຍນຳວົງເງິນການຄ້າບັນລຸ 1 ຕື້ USD ແລະ ເພີ່ມທະວີການລົງທຶນສອງສົ້ນໃຫ້ຫຼາຍກ່ວາອີກ.

ທ່ານປະທານາທິບໍດີ ສີລັງກາ ຢັ້ງຢືນຈະສ້າງເງື່ອນໄຂສົ່ງເສີມວິສາຫະກິດ ຫວຽດນາມ ເຂົ້າໃນມາລົງທຶນບັນດາຂົງເຂດຍຸດທະສາດເຊິ່ງ ສີລັງກາມີຄວາມຕ້ອງການສູງຄື: ພື້ນຖານໂຄງລ່າງ, ໂທລະຄົມມະນາຄົມ, ການສຶກສາ, ການແພດ, ກະສິກຳນຳໃຊ້ເຕັກໂນໂລຢີສູງ, ປຸງແຕ່ງຜະລິດຕະພັນກະເສດ, ອາຫານການກິນ, ການຂາຍຍ່ອຍ, ການຂົນສົ່ງ ແລະ ການທ່ອງທ່ຽວ. ພາຍຫຼັງການເຈລະຈາ, ທ່ານປະທານປະເທດ ເລືອງເກື່ອງ ແລະ ທ່ານປະທານາທິບໍດີ ສີລັງກາ Anura Kumara Dissanayaka ໄດ້ເຫັນສັກຂີພິຍານພິທີລົງນາມເອກະສານຮ່ວມມື 5 ສະບັບ ໃນບັນດາຂົງເຂດຄື: ການຕ່າງປະເທດ, ການຄ້າ, ພາສີ, ກະສິກຳ ແລະ ປະດິດສ້າງເຄື່ອງຈັກ.

(ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top