• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫຼາຍ​ປະ​ເທດ​ຈັດ​ຕັ້ງ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີແຫ່ງວັນ​ໄຊ​ຊະ​ນະ ຟາດ​ຊິດ

ວັນທີ 06 ພຶດສະພາ ຢູ່ນະຄອນຫຼວງ ມົດສະກູ, ສະຫະພັນ ລັດເຊຍ, ໄດ້ດຳເນີນງານມະໂຫລານສິລະປະຮັກຊາດ ພາຍໃຕ້ຫົວຂໍ້ “ໂຮງລະຄອນໄຊຊະນະ” ຢູ່ໂຮງລະຄອນກອງທັບ ລັດເຊຍ.
ກຳລັງອະດີດສະຫະພາບ ໂຊຫວຽດ ຂ້າມແມ່ນ້ຳຕໍ່ສູ້ ເມື່ອຕົ້ນປີ 1945 (ພາບເອກະສານ: TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະ ຟາດຊິດ, ວັນທີ 06 ພຶດສະພາ ຢູ່ນະຄອນຫຼວງ ມົດສະກູ, ສະຫະພັນ ລັດເຊຍ, ໄດ້ດຳເນີນງານມະໂຫລານສິລະປະຮັກຊາດ ພາຍໃຕ້ຫົວຂໍ້ “ໂຮງລະຄອນໄຊຊະນະ” ຢູ່ໂຮງລະຄອນກອງທັບ ລັດເຊຍ. ກໍໃນວັນດຽວກັນ, ກຸ່ມບໍລິສັດເຮືອບິນ ເຮລີກອັບເຕ (Rostex) ໄດ້ຈັດການເຄື່ອນໄຫວ “ກອງພັນໃຫຍ່ອະມະຕະ” ທາງອາກາດ ດ້ວຍບັນດາເຮືອບິນເຮລີກອັບເຕ ທີ່ຖືຮູບເຄິ່ງຄີງຂອງບັນດານັກບິນທີ່ໄດ້ເຂົ້າຮ່ວມສົງຄາມປ້ອງກັນຊາດອັນຍິ່ງໃຫຍ່.

ຢູ່ ກາຊັກສະຖານ, ເນື່ອງໃນໂອກາດນີ້, ທະນາຄານສູນກາງ ກາຊັກສະຖານ ໄດ້ ຈຳໜ່າຍເງິນຫຼຽນເຮັດດ້ວຍເງິນເຄືອບຄຳ 31,68g, ມູນຄ່າ 1.000 tenge  ຈຳນວນ 2.000 ຫຼຽນ (ປະມານ 1,94 USD ຕໍ່ຫຼຽນ) ແລະ 10 ລ້ານຫຼຽນເຮັດດ້ວຍໂລຫາປະສົມ ມູນຄ່າ 200 tenge (0,39 USD ຕໍ່ຫຼຽນ) ເພື່ອແນໃສ່ສະແດງຄວາມຮູຸ້ບຸນຄຸນຕໍ່ນ້ຳໃຈອົງອາດກ້າຫານ ແລະ ການເສຍສະຫຼະຢ່າງພິລະອາດຫານເພື່ອປົກປັກຮັກສາປະເທດຊາດ.

ວັນທີ 06 ພຶດສະພາ, ປານາມາ ໄດ້ຈັດພິທີເປີດສະຫຼອງອະນຸສາວະລີບັນດາລູກເຮືອກ່ຳປັ່ນດຳນ້ຳ ອະດີດສະຫະພາບໂຊຫວຽດ ເພື່ອສະເຫຼີມສະຫຼອງວັນບັນດາກ່ຳປັ່ນດຳນ້ຳອະດີດສະຫະພາບໂຊຫວຽດ ເດີນຜ່ານຊ່ອງແຄບ ປານາມາ ໃນໄລຍະດຳເນີນສົງຄາມປ້ອງກັນຊາດອັນຍິ່ງໃຫຍ່. ໃນຂອບເຂດຂອງພິທີ ຍັງດຳເນີນພິທີສູດມົນພາວະນາອາໄລຫາດວງວິນຍານບັນດານັກຮົບທີ່ໄດ້ເສຍສະຫຼະຊີວິດ.

(ແຫຼ່ງຄັດຈາກ VOV)

ສິດເສລີໃນການເຊື່ອຖືສາສະຫນາ ສັງເກດຈາກ ວັນບຸນວິສາຂະບູຊາ Vesak 2025

ສິດເສລີໃນການເຊື່ອຖືສາສະຫນາ ສັງເກດຈາກ ວັນບຸນວິສາຂະບູຊາ Vesak 2025

ວັນບຸນວິສາຂະບູຊາ ສະຫະປະຊາຊາດ ປີ 2025 (Vesak 2025) ດຳເນີນຢູ່ ນະຄອນ ໂຮ່ຈິມິນ ແຕ່ວັນທີ 6-8 ພຶດສະພາ ໄດ້ຢັ້ງຢືນຕໍ່ກັບປະຊາຄົມສາກົນກ່ຽວກັບນະໂຍບາຍສະເຫມີຕົ້ນສະເຫມີປາຍໃນການເຄົາລົບ ແລະ ຮັບປະກັນສິດເສລີໃນການເຊື່ອຖື, ສາສະຫນາຂອງພັກ ແລະ ລັດ ຫວຽດນາມ. ເຫດການນີ້ກໍ່ເປັນການພິສູດໃຫ້ເຫັນພຶດຕິກຳຕົວຈິງຂອງຄວາມເສລີໃນການເຄື່ອນໄຫວດ້ານສາສະຫນາຢູ່ ຫວຽດນາມ, ກ່ຽວກັບບັນດາບາດກ້າວທີ່ແທດຈິງໃນການຮັບປະກັນສິດທິມະນຸດ.

Top