ວັນທີ 06 ພຶດສະພາ ຢູ່ນະຄອນຫຼວງ ມົດສະກູ, ສະຫະພັນ ລັດເຊຍ, ໄດ້ດຳເນີນງານມະໂຫລານສິລະປະຮັກຊາດ ພາຍໃຕ້ຫົວຂໍ້ “ໂຮງລະຄອນໄຊຊະນະ” ຢູ່ໂຮງລະຄອນກອງທັບ ລັດເຊຍ.
ກຳລັງອະດີດສະຫະພາບ ໂຊຫວຽດ ຂ້າມແມ່ນ້ຳຕໍ່ສູ້ ເມື່ອຕົ້ນປີ 1945 (ພາບເອກະສານ: TTXVN)
ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະ ຟາດຊິດ, ວັນທີ 06 ພຶດສະພາ ຢູ່ນະຄອນຫຼວງ ມົດສະກູ, ສະຫະພັນ ລັດເຊຍ, ໄດ້ດຳເນີນງານມະໂຫລານສິລະປະຮັກຊາດ ພາຍໃຕ້ຫົວຂໍ້ “ໂຮງລະຄອນໄຊຊະນະ” ຢູ່ໂຮງລະຄອນກອງທັບ ລັດເຊຍ. ກໍໃນວັນດຽວກັນ, ກຸ່ມບໍລິສັດເຮືອບິນ ເຮລີກອັບເຕ (Rostex) ໄດ້ຈັດການເຄື່ອນໄຫວ “ກອງພັນໃຫຍ່ອະມະຕະ” ທາງອາກາດ ດ້ວຍບັນດາເຮືອບິນເຮລີກອັບເຕ ທີ່ຖືຮູບເຄິ່ງຄີງຂອງບັນດານັກບິນທີ່ໄດ້ເຂົ້າຮ່ວມສົງຄາມປ້ອງກັນຊາດອັນຍິ່ງໃຫຍ່.
ຢູ່ ກາຊັກສະຖານ, ເນື່ອງໃນໂອກາດນີ້, ທະນາຄານສູນກາງ ກາຊັກສະຖານ ໄດ້ ຈຳໜ່າຍເງິນຫຼຽນເຮັດດ້ວຍເງິນເຄືອບຄຳ 31,68g, ມູນຄ່າ 1.000 tenge ຈຳນວນ 2.000 ຫຼຽນ (ປະມານ 1,94 USD ຕໍ່ຫຼຽນ) ແລະ 10 ລ້ານຫຼຽນເຮັດດ້ວຍໂລຫາປະສົມ ມູນຄ່າ 200 tenge (0,39 USD ຕໍ່ຫຼຽນ) ເພື່ອແນໃສ່ສະແດງຄວາມຮູຸ້ບຸນຄຸນຕໍ່ນ້ຳໃຈອົງອາດກ້າຫານ ແລະ ການເສຍສະຫຼະຢ່າງພິລະອາດຫານເພື່ອປົກປັກຮັກສາປະເທດຊາດ.
ວັນທີ 06 ພຶດສະພາ, ປານາມາ ໄດ້ຈັດພິທີເປີດສະຫຼອງອະນຸສາວະລີບັນດາລູກເຮືອກ່ຳປັ່ນດຳນ້ຳ ອະດີດສະຫະພາບໂຊຫວຽດ ເພື່ອສະເຫຼີມສະຫຼອງວັນບັນດາກ່ຳປັ່ນດຳນ້ຳອະດີດສະຫະພາບໂຊຫວຽດ ເດີນຜ່ານຊ່ອງແຄບ ປານາມາ ໃນໄລຍະດຳເນີນສົງຄາມປ້ອງກັນຊາດອັນຍິ່ງໃຫຍ່. ໃນຂອບເຂດຂອງພິທີ ຍັງດຳເນີນພິທີສູດມົນພາວະນາອາໄລຫາດວງວິນຍານບັນດານັກຮົບທີ່ໄດ້ເສຍສະຫຼະຊີວິດ.