ຂ່າວສານ
ຫົວໜ້າຜູ້ຕາງໜ້າ UNESCO: ການລົງທຶນເຂົ້າມະນຸດ ແລະ ວັດທະນະທຳ ແມ່ນປັດໄຈແກ່ນສານນຳມາເຊິ່ງຄວາມຜາສຸກໃຫ້ແກ່ປະຊາຊົນ
ບັນດາການເຄື່ອນໄຫວດັ່ງກ່າວ ແມ່ນເພື່ອແນໃສ່ຍົກສູງສະຕິຄວາມຮັບຮູ້ຂອງທົ່ວສັງຄົມກ່ຽວກັບບົດບາດ, ຄວາມໝາຍຂອງຄວາມຜາສຸກສ່ວນຕົວ, ຄອບຄົວ ແລະ ຊຸມຊົນ, ມຸ່ງໄປເຖິງການສ້າງສັງຄົມຍຸຕິທຳ, ປະຊາທິປະໄຕ, ວັດທະນາຖາວອນ ແລະ ຜາສຸກ.
ຫວນຄືນບັນດາບາດກ້າວກະໂດດຂັ້ນຂອງ ຫວຽດນາມ ໃນການຍົກສູງລະດັບຄວາມຜາສຸກຂອງປະຊາຊົນ, ເນື່ອງໃນໂອກາດນີ້, ທ່ານ Jonathan Baker, ຫົວໜ້າຄະນະຜູ້ຕາງໜ້າອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳຂອງ ສປຊ (UNESCO) ປະຈຳ ຫວຽດນາມ ຖືວ່າ: ຜົນສຳເລັດອັນແກ່ນສານຂອງ ຫວຽດນາມ ໃນການປົວແປງດັດຊະນີຄວາມຜາສຸກໃນຊຸມປີຜ່ານມາແມ່ນການລົງທຶນເຂົ້າມະນຸດຢ່າງແຮງ. ຫວຽດນາມ ໄດ້ເພີ່ມທະວີການລົງທຶນການເງິນໃຫ້ແກ່ລະບົບການສຶກສາ, ໜູນຊ່ວຍຄູອາຈານ ແລະ ນັກຮຽນ. ໄປຄຽງຄູ່ກັນນັ້ນ, ຫວຽດນາມ ກໍແມ່ນໜຶ່ງໃນບັນດາປະເທດແຖວໜ້າໂລກທີ່ຖືວັດທະນະທຳເປັນສຳຄັນຄືດັ່ງສ່ວນໜຶ່ງຂອງການພັດທະນາ ແລະ ການລົງທຶນເຂົ້າວັດທະນະທຳ ແລະ ສີສັນຊາດ ໄດ້ນຳມາເຊິ່ງຄວາມຜາສຸກໃຫ້ແກ່ປະຊາຊົນຢ່າງແທ້ຈິງ.








