• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ຢ່າງ​ສະ​ໜິດ​ແໜ້ນ​ລະ​ຫວ່າງ​ສອງ​ກະ​ຊວງ​ຕຳຫຼວດ ຫວຽດ​ນາມ - ລາວ

ວັນທີ 20 ມີນາ, ຢູ່ຮ່າໂນ້ຍ,: ທ່ານ ພົນເອກ ເລືອງຕາມກວາງ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ເປັນເຈົ້າພາບພິທີຕ້ອນຮັບ ແລະ ໂອ້ລົມສົນທະນາກັບທ່ານພົນໂທ ວັນທອງ ກອງມະນີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລາວ.  
  ທ່ານລັດຖະມົນຕີ ເລືອງຕາມກວາງ ແນະນຳຄະນະຜູ້ແທນ ຫວຽດນາມ ກັບທ່ານລັດຖະມົນຕີ ວັນທອງ ກອງມະນີ (ພາບ: TTXVN)  
ໃນການໂອ້ລົມສົນທະນາ, ທ່ານລັດຖະມົນຕີ ເລືອງຕາມກວາງ ແລະ ທ່ານລັດຖະມົນຕີ ວັນທອງ ກອງມະນີ ໄດ້ເຫັນດີເປັນເອກະພາບສອງກະຊວງຕ້ອງສືບຕໍ່ນຳໜ້າໃນການປະຕິບັດຄວາມຮັບຮູ້ລວມ, ກຳນົດທິດຍຸດທະສາດລະຫວ່າງການນຳພັກ, ລັດ 2 ປະເທດ; ປະກອບສ່ວນຊຸກຍູ້ການຮ່ວມມືດ້ານເສດຖະກິດ ຫວຽດນາມ - ລາວ ຕາມທິດແທດຈິງ, ມີປະສິດທິຜົນ, ສຸມໃສ່ການເຊື່ອມຕໍ່ພື້ນຖານໂຄງລ່າງ, ແກ້ໄຂຮົ້ວກີດຂວາງກ່ຽວກັບລະບຽບການບໍລິຫານ, ຮັບປະກັນສະພາບແວດລ້ອມລົງທຶນ, ດຳເນີນທຸລະກິດປອດໄພຢ່າງສຸດຂີດ, ປະຕິບັດສຳເລັດບັນດາໂຄງການຈຸດສຸມໃຫ້ຖືກຕ້ອງຕາມຄວາມຄືບໜ້າ. ພ້ອມດຽວກັນນັ້ນ, 2 ຝ່າຍຈັດຕັ້ງປະຕິບັດແຜນການຮ່ວມມືປີ 2026 ລະຫວ່າງສອງກະຊວງຢ່າງມີປະສິດທິຜົນ; ເພີ່ມທະວີການຮ່ວມມືໃນທຸກຂັ້ນ ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ ເພື່ອແນໃສ່ສ້າງແນວຮົບຄວາມໝັ້ນຄົງຢ່າງເປັນເຈົ້າການ, ປະກອບສ່ວນຕໍ່ສູ້, ສະກັດກັ້ນແຕ່ໄວ, ແຕ່ໄກບັນດາສິ່ງທ້າທາຍ, ນາບຂູ່ເຖິງຄວາມໝັ້ນຄົງຂອງແຕ່ລະປະເທດ. ຍົກສູງປະສິດທິຜົນການຮ່ວມມືໃນວຽກງານປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາຍແດນໃຫ້ຫຼາຍກວ່າອີກ; ສືບຕໍ່ເປີດກວ້າງບັນດາບັ້ນໂຄສະນາຈຸດສຸມ, ບຸກໂຈມຕີ, ປາບປາມອາດຊະຍາກຳ; ຄົ້ນຄວ້າສ້າງບັນດາກົນໄກໃໝ່ ເພື່ອສ້າງເງື່ອນໄຂໃຫ້ແກ່ການຮ່ວມມືລະຫວ່າງສອງກະຊວງ; ເພີ່ມທະວີການຮ່ວມມື ຍົກສູງກຳລັງຄວາມສາມາດໃຫ້ແກ່ກຳລັງບັງຄັບໃຊ້ກົດໝາຍຂອງແຕ່ລະປະເທດ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ແມ່ນ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ໃຫຍ່​ອັນ​ດັບ​ທີ 2 ຂອງ ລາວ

ຫວຽດ​ນາມ​ແມ່ນ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ໃຫຍ່​ອັນ​ດັບ​ທີ 2 ຂອງ ລາວ

ແຫຼ່ງທຶນນີ້ຈະແຈກຢາຍສຸມໃສ່ບັນດາຂົງເຂດຫຼັກແຫຼ່ງ ໃນນັ້ນບຸລິມະສິດແຖວໜ້າໃຫ້ແກ່ການພັດທນະແຫຼ່ງຊັບພະຍາກອນມະນຸດ ແລະ ປະຕິບັດບັນດາໂຄງການຈຸດສຸມເຊິ່ງລັດຖະບານລາວ ກຳນົດແມ່ນມີຄວາມຈຳເປັນຕໍ່ການພັດທະນາເສດຖະກິດ ສັງຄົມຂອງລາວ.

Top