ຂ່າວສານ ຊຸກຍູ້ການພົວພັນຮ່ວມມືຢ່າງສະໜິດແໜ້ນລະຫວ່າງສອງກະຊວງຕຳຫຼວດ ຫວຽດນາມ - ລາວ 20/03/2026 ວັນທີ 20 ມີນາ, ຢູ່ຮ່າໂນ້ຍ,: ທ່ານ ພົນເອກ ເລືອງຕາມກວາງ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ເປັນເຈົ້າພາບພິທີຕ້ອນຮັບ ແລະ ໂອ້ລົມສົນທະນາກັບທ່ານພົນໂທ ວັນທອງ ກອງມະນີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລາວ. ທ່ານລັດຖະມົນຕີ ເລືອງຕາມກວາງ ແນະນຳຄະນະຜູ້ແທນ ຫວຽດນາມ ກັບທ່ານລັດຖະມົນຕີ ວັນທອງ ກອງມະນີ (ພາບ: TTXVN) ໃນການໂອ້ລົມສົນທະນາ, ທ່ານລັດຖະມົນຕີ ເລືອງຕາມກວາງ ແລະ ທ່ານລັດຖະມົນຕີ ວັນທອງ ກອງມະນີ ໄດ້ເຫັນດີເປັນເອກະພາບສອງກະຊວງຕ້ອງສືບຕໍ່ນຳໜ້າໃນການປະຕິບັດຄວາມຮັບຮູ້ລວມ, ກຳນົດທິດຍຸດທະສາດລະຫວ່າງການນຳພັກ, ລັດ 2 ປະເທດ; ປະກອບສ່ວນຊຸກຍູ້ການຮ່ວມມືດ້ານເສດຖະກິດ ຫວຽດນາມ - ລາວ ຕາມທິດແທດຈິງ, ມີປະສິດທິຜົນ, ສຸມໃສ່ການເຊື່ອມຕໍ່ພື້ນຖານໂຄງລ່າງ, ແກ້ໄຂຮົ້ວກີດຂວາງກ່ຽວກັບລະບຽບການບໍລິຫານ, ຮັບປະກັນສະພາບແວດລ້ອມລົງທຶນ, ດຳເນີນທຸລະກິດປອດໄພຢ່າງສຸດຂີດ, ປະຕິບັດສຳເລັດບັນດາໂຄງການຈຸດສຸມໃຫ້ຖືກຕ້ອງຕາມຄວາມຄືບໜ້າ. ພ້ອມດຽວກັນນັ້ນ, 2 ຝ່າຍຈັດຕັ້ງປະຕິບັດແຜນການຮ່ວມມືປີ 2026 ລະຫວ່າງສອງກະຊວງຢ່າງມີປະສິດທິຜົນ; ເພີ່ມທະວີການຮ່ວມມືໃນທຸກຂັ້ນ ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ ເພື່ອແນໃສ່ສ້າງແນວຮົບຄວາມໝັ້ນຄົງຢ່າງເປັນເຈົ້າການ, ປະກອບສ່ວນຕໍ່ສູ້, ສະກັດກັ້ນແຕ່ໄວ, ແຕ່ໄກບັນດາສິ່ງທ້າທາຍ, ນາບຂູ່ເຖິງຄວາມໝັ້ນຄົງຂອງແຕ່ລະປະເທດ. ຍົກສູງປະສິດທິຜົນການຮ່ວມມືໃນວຽກງານປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາຍແດນໃຫ້ຫຼາຍກວ່າອີກ; ສືບຕໍ່ເປີດກວ້າງບັນດາບັ້ນໂຄສະນາຈຸດສຸມ, ບຸກໂຈມຕີ, ປາບປາມອາດຊະຍາກຳ; ຄົ້ນຄວ້າສ້າງບັນດາກົນໄກໃໝ່ ເພື່ອສ້າງເງື່ອນໄຂໃຫ້ແກ່ການຮ່ວມມືລະຫວ່າງສອງກະຊວງ; ເພີ່ມທະວີການຮ່ວມມື ຍົກສູງກຳລັງຄວາມສາມາດໃຫ້ແກ່ກຳລັງບັງຄັບໃຊ້ກົດໝາຍຂອງແຕ່ລະປະເທດ.

ວັນທີ 20 ມີນາ, ຢູ່ຮ່າໂນ້ຍ,: ທ່ານ ພົນເອກ ເລືອງຕາມກວາງ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ເປັນເຈົ້າພາບພິທີຕ້ອນຮັບ ແລະ ໂອ້ລົມສົນທະນາກັບທ່ານພົນໂທ ວັນທອງ ກອງມະນີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລາວ. ທ່ານລັດຖະມົນຕີ ເລືອງຕາມກວາງ ແນະນຳຄະນະຜູ້ແທນ ຫວຽດນາມ ກັບທ່ານລັດຖະມົນຕີ ວັນທອງ ກອງມະນີ (ພາບ: TTXVN) ໃນການໂອ້ລົມສົນທະນາ, ທ່ານລັດຖະມົນຕີ ເລືອງຕາມກວາງ ແລະ ທ່ານລັດຖະມົນຕີ ວັນທອງ ກອງມະນີ ໄດ້ເຫັນດີເປັນເອກະພາບສອງກະຊວງຕ້ອງສືບຕໍ່ນຳໜ້າໃນການປະຕິບັດຄວາມຮັບຮູ້ລວມ, ກຳນົດທິດຍຸດທະສາດລະຫວ່າງການນຳພັກ, ລັດ 2 ປະເທດ; ປະກອບສ່ວນຊຸກຍູ້ການຮ່ວມມືດ້ານເສດຖະກິດ ຫວຽດນາມ - ລາວ ຕາມທິດແທດຈິງ, ມີປະສິດທິຜົນ, ສຸມໃສ່ການເຊື່ອມຕໍ່ພື້ນຖານໂຄງລ່າງ, ແກ້ໄຂຮົ້ວກີດຂວາງກ່ຽວກັບລະບຽບການບໍລິຫານ, ຮັບປະກັນສະພາບແວດລ້ອມລົງທຶນ, ດຳເນີນທຸລະກິດປອດໄພຢ່າງສຸດຂີດ, ປະຕິບັດສຳເລັດບັນດາໂຄງການຈຸດສຸມໃຫ້ຖືກຕ້ອງຕາມຄວາມຄືບໜ້າ. ພ້ອມດຽວກັນນັ້ນ, 2 ຝ່າຍຈັດຕັ້ງປະຕິບັດແຜນການຮ່ວມມືປີ 2026 ລະຫວ່າງສອງກະຊວງຢ່າງມີປະສິດທິຜົນ; ເພີ່ມທະວີການຮ່ວມມືໃນທຸກຂັ້ນ ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ ເພື່ອແນໃສ່ສ້າງແນວຮົບຄວາມໝັ້ນຄົງຢ່າງເປັນເຈົ້າການ, ປະກອບສ່ວນຕໍ່ສູ້, ສະກັດກັ້ນແຕ່ໄວ, ແຕ່ໄກບັນດາສິ່ງທ້າທາຍ, ນາບຂູ່ເຖິງຄວາມໝັ້ນຄົງຂອງແຕ່ລະປະເທດ. ຍົກສູງປະສິດທິຜົນການຮ່ວມມືໃນວຽກງານປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາຍແດນໃຫ້ຫຼາຍກວ່າອີກ; ສືບຕໍ່ເປີດກວ້າງບັນດາບັ້ນໂຄສະນາຈຸດສຸມ, ບຸກໂຈມຕີ, ປາບປາມອາດຊະຍາກຳ; ຄົ້ນຄວ້າສ້າງບັນດາກົນໄກໃໝ່ ເພື່ອສ້າງເງື່ອນໄຂໃຫ້ແກ່ການຮ່ວມມືລະຫວ່າງສອງກະຊວງ; ເພີ່ມທະວີການຮ່ວມມື ຍົກສູງກຳລັງຄວາມສາມາດໃຫ້ແກ່ກຳລັງບັງຄັບໃຊ້ກົດໝາຍຂອງແຕ່ລະປະເທດ.