• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເສດ​ຖະ​ກິດ ຫວຽດ​ນາມ ເຄື່ອນ​ໄຫວ​ຕາມ​ກົດ​ເກນ​ຂອງ​ຕະຫຼາດ ແລະ ຂໍ້​ກຳ​ນົດ​ຂອງ WTO

“ພື້ນຖານເສດຖະກິດ ຫວຽດນາມ ເຄື່ອນໄຫວຢ່າງຄົບຖ້ວນ, ຄົບຊຸດຕາມບັນດາກົດເກນຂອງເສດຖະກິດການຕະຫຼາດ ແລະ ຫຼາຍປະເທດໄດ້ຮັບຮູ້ກົດລະບຽບເສດຖະກິດການຕະຫຼາດຂອງ ຫວຽດນາມ. ບັນດາການເຄື່ອນໄຫວຜະລິດດຳເນີນທຸລະກິດຢູ່ ຫວຽດນາມ ຍາມໃດກໍມຸ່ງໄປເຖິງການພັດທະນາແບບຍືນຍົງ ແລະ ປະຕິບັດບັນດາຂໍ້ກຳນົດທີ່ກ່ຽວຂ້ອງຢ່າງເຂັ້ມງວດ, ໃນນັ້ນ ມີບັນດາຂໍ້ກຳນົດຂອງອົງການການຄ້າໂລກ (WTO)..."
(ພາບປະກອບ: nhandan.vn)

ວັນທີ 19 ມີນາ, ເມື່ອຕອບສຳພາດຕໍ່ນັກຂ່າວກ່ຽວກັບເລື່ອງ ອຳນາດການປົກຄອງຂອງທ່ານ Donald Trump ປະທານາທິບໍດີ ອາເມລິກາ ທີ່ຫາກໍ່ນຳ ຫວຽດນາມ ເຂົ້າບັນຊີລາຍຊື່ສືບສວນທາງການຄ້າຕາມຂໍ້ 301 ຂອງກົດໝາຍວ່າດ້ວຍການຄ້າ ອາເມລິກາ ສະບັບປີ 1974, ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຢັ້ງຢືນວ່າ:

        “ພື້ນຖານເສດຖະກິດ ຫວຽດນາມ ເຄື່ອນໄຫວຢ່າງຄົບຖ້ວນ, ຄົບຊຸດຕາມບັນດາກົດເກນຂອງເສດຖະກິດການຕະຫຼາດ ແລະ ຫຼາຍປະເທດໄດ້ຮັບຮູ້ກົດລະບຽບເສດຖະກິດການຕະຫຼາດຂອງ ຫວຽດນາມ. ບັນດາການເຄື່ອນໄຫວຜະລິດດຳເນີນທຸລະກິດຢູ່ ຫວຽດນາມ ຍາມໃດກໍມຸ່ງໄປເຖິງການພັດທະນາແບບຍືນຍົງ ແລະ ປະຕິບັດບັນດາຂໍ້ກຳນົດທີ່ກ່ຽວຂ້ອງຢ່າງເຂັ້ມງວດ, ໃນນັ້ນ ມີບັນດາຂໍ້ກຳນົດຂອງອົງການການຄ້າໂລກ (WTO). ໃນໄລຍະຈະມາເຖິງ, ການພົວພັນທາງດ້ານເສດຖະກິດ, ການຄ້າ, ການລົງທຶນລະຫວ່າງ ຫວຽດນາມ ແລະ ອາເມລິກາ ຈະສືບຕໍ່ພັດທະນາຢ່າງຕັ້ງໜ້າ ແລະ ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ວິສາຫະກິດ ແລະ ປະຊາຊົນສອງປະເທດ.”

        ຕາມທ່ານນາງ ຟ້າມທູຮັ່ງ ແລ້ວ, ຫວຽດນາມ ໄດ້ດຳເນີນການແລກປ່ຽນ, ສົນທະນາກັບຝ່າຍ ອາເມລິກາ ເປັນປະຈຳ ແລະ ຈະສືບຕໍ່ສົມທົບກັບບັນດາອົງການທີ່ກ່ຽວຂ້ອງຂອງ ອາເມລິກາ ຢ່າງແໜ້ນແຟ້ນ ເພື່ອແບ່ງປັນຂໍ້ມູນ ແລະ ເຮັດແຈ້ງບັນດານະໂຍບາຍ, ຂໍ້ກຳນົດຂອງ ຫວຽດນາມ, ມຸ່ງໄປເຖິງການສ້າງຂອບການຮ່ວມມືທາງດ້ານເສດຖະກິດທີ່ມີສະຖຽນລະພາບ, ຍາວນານ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງສອງຝ່າຍ.

(ແຫຼ່ງຄັດຈາກ VOV)

ຫົວ​ໜ້າ​ຜູ້​ຕາ​ງ​ໜ້າ UNESCO: ການ​ລົງ​ທຶນ​ເຂົ້າ​ມະ​ນຸດ ແລະ ວັດ​ທະ​ນະ​ທຳ ແມ່ນ​ປັດ​ໄຈ​ແກ່ນ​ສານ​ນຳ​ມາ​ເຊິ່ງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ

ຫົວ​ໜ້າ​ຜູ້​ຕາ​ງ​ໜ້າ UNESCO: ການ​ລົງ​ທຶນ​ເຂົ້າ​ມະ​ນຸດ ແລະ ວັດ​ທະ​ນະ​ທຳ ແມ່ນ​ປັດ​ໄຈ​ແກ່ນ​ສານ​ນຳ​ມາ​ເຊິ່ງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ

ວັນທີ 20 ມີນາ ແມ່ນວັນແຫ່ງຄວາມຜາສຸກສາກົນ. ເພື່ອຕອບສະໜອງເຫດການນີ້, ປີ 2026, ຫວຽດນາມ ໄດ້ຈັດຫຼາຍກິດຈະກຳທີ່ແທດຈິງ, ມີຄວາມໝາຍ, ດ້ວຍສານທີ່ວ່າ “ຄວາມຜາສຸກໃຫ້ແກ່ທຸກຄອບຄົວ”.

Top