• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ເຈືອງທິມາຍ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງດ້ຽນບຽນ


ທ່ານ​ນາງ​ ເຈືອງ​ທິ​ມາຍ ເຮັດ​ວຽກ​ຢ​ູ່​ແຂວງ​ດ້ຽນ​ບຽນ
(ພາບ: TTXVN)
      ໃນ​ລະ​ຫວ່າງວັນ​ທີ 09 – 10/02, ທ່ານ​ນາງ​ ເຈືອງ​ທິ​ມາຍ, ຫົວ​ໜ້າ​ຄະ​ນະ​ຂົນ​ຂວາຍ​ປະ​ຊາ​ຊົນ​ສູນ​ກາງ​ ເຈືອງ​ທິ​ມາຍ​ ໄດ້​ໄປຢ້ຽມ​ຢາມ ແລະ​ ເຮັດ​ວຽກ​ຢ​ູ່​ແຂວງ​ດ້ຽນ​ບຽນ. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ນາງ ເຈືອງ​ທິ​ມາຍ ໄດ້​ຍ້ອງ​ຍໍ​ຊົມ​ເຊຍບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ອົງ​ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ບັນ​ດາ​ເຜ​ົ່າ​ດ້ຽນ​ບຽນ ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ປີ 2016, ພິ​ເສດ​ແມ່ນ​ວຽກ​ງານ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ, ຮັກ​ສາ​ຄວາມ​ເປັນ​ລະ​ບຽ​ບ​ຮຽບ​ຮ້ອຍ​ເຂດ​ຊາຍ​ແດນ. ທ່ານ​ນາງ ເຈືອງ​ທິ​ມາຍ ສະ​ເໜີ​ໃຫ້​ແຂວງ ດ້ຽນ​ບຽນ ສືບ​ຕໍ່​ເອົາ​ໃຈ​ໃສ່​ເຖິງ​ຄຸນ​ນະ​ພາບ​ການ​ດຳ​ລົງ​ຊີ​ວິດ ເພື່ອ​ໃຫ້​ປະ​ຊາ​ຊົນ​ໄດ້​ສຳ​ພັດ​ກັບ​ບັນ​ດາ​ການ​ບໍ​ລິ​ການ​ຈຳ​ເປັນ​ໂດຍ​ພື້ນ​ຖານ​ດ້ານ​ການ​ສຶກ​ສາ, ສາ​ທາ​ລະ​ນະ​ສຸກ ແລະ ເອົາ​ໃຈ​ໃສ່​ເຖິ​ງວຽກ​ງານ​ຂົນ​ຂວາຍ​ປະ​ຊາ​ຊົນ, ໂດຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂດ​ສາ​ສະ​ໜາ, ຊົນ​ເຜົ່າ.
(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top