• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫັນປ່ຽນຮູບແບບ,ພັດທະນາເຂດທົ່ງພຽງແມ່ນ້ຳຂອງເໝາະສົມກັບການປ່ຽນແປງຂອງດິນຟ້າອາກາດແບບຍືນຍົງ

      ຕອນເຊົ້າວັນທີ 26 ກັນຍາ ຢູ່ ເກີນເທີ ໄດ້ດຳເນີນກອງປະຊຸມ “ຫັນປ່ຽນຮູບແບບ, ພັດທະນາເຂດທົ່ງພຽງແມ່ນ້ຳຂອງເໝາະສົມກັບການປ່ຽນແປງຂອງດິນຟ້າອາກາດແບບຍືນຍົງ”.

ທ່ານຮອງນາຍົກລັດຖະມົນຕີເວືອງດີງເຫ້ວ
      ນີ້ແມ່ນກອງປະຊຸມທຳອິດ ລັດຖະບານຫວຽດນາມ ພິຈາລະນາ, ຕີລາຄາຮອບດ້ານບັນດາສິ່ງທ້າທາຍ, ຄຳຮຽກຮ້ອງການພັດທະນາສຳລັບເຂດທົ່ງພຽງແມ່ນ້ຳຂອງ, ຄາດຄະເນກາລະໂອກາດ, ລະດົມຂໍ້ລິເລີ່ມ, ບົດຮຽນ ແລະ ແຫລ່ງກຳລັງ ເພື່ອແນໃສ່ຫັນປ່ຽນຮູບແບບການພັດທະນາສັງລວມ, ຮອບດ້ານ, ຍືນຍົງໃຫ້ທົ່ວເຂດ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ຊີ້ແຈ້ງວ່າ: ເຂດທົ່ງພຽງແມ່ນ້ຳຂອງ ແມ່ນຫນຶ່ງໃນ 4 ເຂດທົ່ງພຽງຖືກຜົນກະທົບຢ່າງແຮງທີ່ສຸດຈາກການປ່ຽນແປງຂອງດິນຟ້າອາກາດ.
        “ບັນດາຜົນກະທົບນັ້ນໄດ້ກໍ່ໃຫ້ເກີດສິ່ງທ້າທາຍອັນໃຫຍ່ຫລວງຫລາຍຢ່າງ, ນາບຂູ່ເຖິງວິວັດການພັດທະນາຂອງເຂດທົ່ງພຽງແມ່ນ້ຳຂອງ, ສົ່ງຜົນສະທ້ອນເຖິງຊີວິດການເປັນຢູ່ຂອງປະຊາຊົນໃນເຂດເວົ້າສະເພາະ ແລະ ທົ່ວປະເທດເວົ້າລວມ. ຜ່ານນັ້ນ ສົ່ງຜົນກະທົບເຖິງພາກພື້ນ ແລະ ສາກົນ, ພິເສດແມ່ນການຄ້ຳປະກັນດ້ານສະບຽງອາຫານ.”
(ແຫຼ່ງຄັດຈາກ VOV)

ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ເປັນ​ປະ​ທານ​ກອງ​ປະ​ຊຸມ ຕຳ​ໜິ​ຕິ​ຊົມ, ຕີ​ລາ​ຄາ, ຈັດ​ອັນ​ດັບ​ໝູ່​ຄະ​ນະ ແລະ ສ່ວນ​ບຸກ​ຄົນ

ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ເປັນ​ປະ​ທານ​ກອງ​ປະ​ຊຸມ ຕຳ​ໜິ​ຕິ​ຊົມ, ຕີ​ລາ​ຄາ, ຈັດ​ອັນ​ດັບ​ໝູ່​ຄະ​ນະ ແລະ ສ່ວນ​ບຸກ​ຄົນ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເຈິ່ນແທັງເໝິນ ໃຫ້ຮູ້ວ່າ ຊຸມປີຜ່ານມາ, ການຈັດຕັ້ງການຕຳໜິຕິຊົມຕາມແຕ່ລະກຸ່ມ, ສົມທົບກັບການປະກອບຄຳເຫັນລວມ ບັນລຸປະສິດທິຜົນສູງ.

Top