• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວ​ຽດ​ນາມ - ຈີນ ຊຸກ​ຍູ້​ການ​ເຊື່ອມ​ຕໍ່​ຍຸດ​ທະ​ສາດ​ພັດ​ທະ​ນາ ແລະ ຮ່ວມ​ມື​ຢ່າງ​ແທ້​ຈິງ

ຕອນ​ເຊົ້າ​ວັນ​ທີ 15 ມິ​ຖຸ​ນາ, ຢູ່​ຮ່າ​ໂນ້ຍ, ທ່ານ​ນາ​ຍົກລັດ​ຖະ​ມົນ​ຕີ ຫວຽດ​ນາມ ເລ​ມິງ​ຮຶງ ໄດ້​ມີ​ການ​ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ສ​ປ​.ຈີນ ຫຼີຊຽງ.
  ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ (ພາບ: VOV)  

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ສະ​ເໜີ​ສອງ​ຝ່າຍ​ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ຍຸດ​ທະ​ສາດ, ຈັດ​ຕັ້ງ​ບັນ​ດາ​ໂຄງ​ການ​ພົບ​ປະ​ແລກ​ປ່ຽນ​ຂັ້ນ​ສູງ ແລະ ບັນ​ດາ​ກົນ​ໄກ​ຮ່ວມ​ມື​ທີ່​ມີ​ຢູ່​ແລ້ວ​ໃຫ້​ເປັນ​ຢ່າງ​ດີ, ໃຫ້​ບຸ​ລິ​ມະ​ສິດ​ການ​ຮ່ວມ​ມື​ເສັ້ນ​ທາງ​ລົດ​ໄຟ, ຍູ້​ແຮງ​ການ​ເຊື່ອມ​ຕໍ່​ກັບ​ບັນ​ດາ​ປະ​ເທດ, ບັນ​ດາ​ພາກ​ພື້ນ​ອື່ນໆ; ຊຸກ​ຍູ້​ການ​ຄ້າ​ສອງ​ຝ່າຍ​ພັດ​ທ​ະ​ນາ​ຢ່າງ​ດູ່ນ​ດ່ຽງ, ຍືນ​ຍົງ, ນຳ​ການຮູບແບບ​ດ່ານ​ຊາຍ​ແດນ​ອັດ​ສະ​ລິ​ຍະ​ເຂົ້າ​ເຄື່ອນ​ໄຫວໂດຍ​ໄວ, ສ້​າງ​ບັນ​ດາ​ເຂດ​ຮ່ວມ​ມື​ເສດ​ຖະ​ກິດ​ຜ່ານ​ຊາຍ​ແດນ, ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ຄ້ານ, ການ​ລົງ​ທຶນ, ການ​ຮ່ວມ​ມື​ອາ​ຊີບ.

ທ່ານ​ນາ​ຍົກລັດ​ຖະ​ມົນ​ຕີ ຫຼີ​ຊຽງ ຢັ້ງ​ຢືນ​ວ່າ ຈີນ ຍາມ​ໃດ​ກໍ່​ຖື ຫວຽດ​ນາມ​ແມ່ນ​ທິດ​ທາງ​ບຸ​ລິ​ມະ​ສິດ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຖານ​ບ້ານ​ໃກ​້​ເຮືອນ​ຄຽງ. ຈີນ​ຈະ​ພ້ອມ​ກັບ ຫວຽດ​ນາມ ຕິດ​ແທດ​ຄວາມ​ຮັບ​ຮູ້​ລວມ​ຂັ້ນ​ສູງ, ລົງ​ເລິກການ​ເຊື່ອມ​ຕໍ່ຍຸດ​ທະ​ສາດ​ພັດ​ທະ​ນາ, ຊຸກ​ຍູ້​ການ​ຮ່ວມ​ມື​ຢ່າງ​ແທ້​ຈິງ ໃນ​ບັນ​ດາ​ຂົງ​ເຂດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫຼີ​ຊຽງ ຢັ້ງ​ຢືນ​ວ່າ ຈີນ ພ້ອມ​ແລ້ວ​ທີ່​ຈະ​ຍູ້​ແຮງ​ການ​ຮ່ວມ​ມື​ເສັ້ນ​ທາງ​ລົດ​ໄຟ​ລະ​ຫວ່າງ​ສອງ​ປະ​ເທດ​ແລະ ເພີ່ມ​ທະ​ວີ​ການ​ເຊື່ອມ​ຈອດ​ກັບ​ບັນ​ດາ​ປະ​ເທດ ແລະ ພາກ​ພື້ນ​ອື່ນ, ຊຸກ​ຍູ້​ການ​ເຊື່ອມຈອດ​ຂະ​ແໜງ​ອາ​ຊີບ, ການ​ຄ້າ​ຜະ​ລິດ​ຕະ​ພັນ​ກະ​ເສດ; ສົ່ງ​ເສີມ​ບັນ​ດາ​ວິ​ສາ​ຫະ​ກິດ​ທີ່​ມີ​ອິດ​ທິ​ພົນ​ຊື່​ສຽງ, ມີ​ຄວາມ​ສາ​ມາດ​ເປີດກວ້າງ​ກາ​ນ​ລົງ​ທຶນ​ທີ່​ມີ​ຄຸນ​ນະ​ພາບ​ສູງ, ເປັນ​ຕົ້ນ​ແມ່ນ​ໃນ​ຂົງ​ເຂດ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, ນະ​ວັດ​ຕະ​ກຳ; ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຮັບ​ປະ​ກັ​ນ​ພະ​ລັງ​ງານ, ການ​ເຊື່ອມ​ຕໍ່​ໄຟ​ຟ້າ; ເພີ່ມ​ທະ​ວີ​ການ​ພົບ​ປະ​ແລກ​ປ່ຽນ​ມິດ​ຕະ​ພາບ​ປະ​ຊາ​ຊົນ…

(ແຫຼ່ງຄັດຈາກ VOV)

ການ​ທູດ​ສະ​ພາ​ແຫ່ງ​ຊາດ​ຜັນ​ຂະ​ຫຍາຍ​ຢ່າງ​ຄົບ​ຊຸດ​ກັບ​ການ​ທູດ​ພ​ັກ, ການ​ທູດ​ລັດ ແລະ ການ​ທູດ​ປະ​ຊາ​ຊົນ

ການ​ທູດ​ສະ​ພາ​ແຫ່ງ​ຊາດ​ຜັນ​ຂະ​ຫຍາຍ​ຢ່າງ​ຄົບ​ຊຸດ​ກັບ​ການ​ທູດ​ພ​ັກ, ການ​ທູດ​ລັດ ແລະ ການ​ທູດ​ປະ​ຊາ​ຊົນ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ຮຽກ​ຮ້ອງວ່າ​ວຽກ​ງານ​ປະ​ສາ​ນ​ສົມ​ທົບ​ຕ້ອງ​ໄດ້​ຕ​ປະ​ບິດ​ໂດຍ​ໄວ, ຈາກ​ໄກ, ນັບ​ແຕ່​ຂັ້ນ​ຕອນ​ຄົ້ນ​ຄ້​ວາ, ຄາດ​ຄະ​ເນ ແລະ ເປັນ​ເສ​ນາ​ທິ​ການ​ແຜນ​ນະ​ໂຍ​ບາຍ, ແທນ​ທີ່​ແກ້​ໄຂວຽກ​ງານ​ເມື່ອ​ເກີດ​ຂຶ້ນ.

Top