ຕອນເຊົ້າວັນທີ 15 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ເລມິງຮຶງ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານ ນາຍົກລັດຖະມົນຕີ ສປ.ຈີນ ຫຼີຊຽງ.
ທ່ານນາຍົກລັດຖະມົນຕີ ເລມິງຮຶງ (ພາບ: VOV)
ທ່ານນາຍົກລັດຖະມົນຕີ ເລມິງຮຶງ ສະເໜີສອງຝ່າຍປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານຍຸດທະສາດ, ຈັດຕັ້ງບັນດາໂຄງການພົບປະແລກປ່ຽນຂັ້ນສູງ ແລະ ບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວໃຫ້ເປັນຢ່າງດີ, ໃຫ້ບຸລິມະສິດການຮ່ວມມືເສັ້ນທາງລົດໄຟ, ຍູ້ແຮງການເຊື່ອມຕໍ່ກັບບັນດາປະເທດ, ບັນດາພາກພື້ນອື່ນໆ; ຊຸກຍູ້ການຄ້າສອງຝ່າຍພັດທະນາຢ່າງດູ່ນດ່ຽງ, ຍືນຍົງ, ນຳການຮູບແບບດ່ານຊາຍແດນອັດສະລິຍະເຂົ້າເຄື່ອນໄຫວໂດຍໄວ, ສ້າງບັນດາເຂດຮ່ວມມືເສດຖະກິດຜ່ານຊາຍແດນ, ສ້າງຄວາມສະດວກໃຫ້ແກ່ການຄ້ານ, ການລົງທຶນ, ການຮ່ວມມືອາຊີບ.
ທ່ານນາຍົກລັດຖະມົນຕີ ຫຼີຊຽງ ຢັ້ງຢືນວ່າ ຈີນ ຍາມໃດກໍ່ຖື ຫວຽດນາມແມ່ນທິດທາງບຸລິມະສິດໃນນະໂຍບາຍການຕ່າງປະເທດຖານບ້ານໃກ້ເຮືອນຄຽງ. ຈີນຈະພ້ອມກັບ ຫວຽດນາມ ຕິດແທດຄວາມຮັບຮູ້ລວມຂັ້ນສູງ, ລົງເລິກການເຊື່ອມຕໍ່ຍຸດທະສາດພັດທະນາ, ຊຸກຍູ້ການຮ່ວມມືຢ່າງແທ້ຈິງ ໃນບັນດາຂົງເຂດ. ທ່ານນາຍົກລັດຖະມົນຕີ ຫຼີຊຽງ ຢັ້ງຢືນວ່າ ຈີນ ພ້ອມແລ້ວທີ່ຈະຍູ້ແຮງການຮ່ວມມືເສັ້ນທາງລົດໄຟລະຫວ່າງສອງປະເທດແລະ ເພີ່ມທະວີການເຊື່ອມຈອດກັບບັນດາປະເທດ ແລະ ພາກພື້ນອື່ນ, ຊຸກຍູ້ການເຊື່ອມຈອດຂະແໜງອາຊີບ, ການຄ້າຜະລິດຕະພັນກະເສດ; ສົ່ງເສີມບັນດາວິສາຫະກິດທີ່ມີອິດທິພົນຊື່ສຽງ, ມີຄວາມສາມາດເປີດກວ້າງການລົງທຶນທີ່ມີຄຸນນະພາບສູງ, ເປັນຕົ້ນແມ່ນໃນຂົງເຂດວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ; ເພີ່ມທະວີການຮ່ວມມືຮັບປະກັນພະລັງງານ, ການເຊື່ອມຕໍ່ໄຟຟ້າ; ເພີ່ມທະວີການພົບປະແລກປ່ຽນມິດຕະພາບປະຊາຊົນ…