• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ​ໄດ້​ຮັບ​ການ​ສະ​ເໜີ​ດຳ​ລົງ​ຕຳ​ແໜ່ງ​ປະ​ທານກອງ​ປະ​ຊຸມ​ສຳຫຼວດກວດ​ຄືນຄັ້ງ​ທີ 11 ຂອງ​ສົນ​ທິ​ສັນ​ຍາ​ບໍ່ແຜ່​ຂະ​ຫຍາຍອາ​ວຸດ​ນິວ​ເຄຼຍ

ກອງປະຊຸມ PrepCom3 ໄດ້ເຫັນດີເປັນເອກະພາບສະເໜີຫວຽດນາມ ດຳລົງຕຳແໜ່ງປະທານກອງປະຊຸມສຳຫຼວດກວດຄືນ NPT ຄັ້ງທີ 11 ໃນປີ 2026 ບົນພື້ນຖານການສະເໜີຂອງ 120 ປະເທດສະມາຊິກຊອງຂະບວນການບໍ່ຮ່ວມກຸ່ມ (NAM).
ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ກ່າວຄຳເຫັນທີ່ກອງປະຊຸມ

ໃນລະຫວ່າງວັນທີ 28ເມສາ ຫາວັນທີ 10 ພຶດສະພາ, ທີ່ສຳນັກງານ ສປຊ ຢູ່ນິວຢອກ, ອາເມລິກາ ໄດ້ດຳເນີນກອງປະຊຸມຄັ້ງທີ 3 ແລະ ສຸດທ້າຍຂອງຄະນະກຳມະການກະກຽມ (PrepCom 3) ເພື່ອກະກຽມໃຫ້ແກ່ການຈັດຕັ້ງກອງປະຊຸມສຳຫຼວດກວດຄືນຄັ້ງທີ 11 (RevCon11)ສົນທິສັນຍາບໍ່ເຜີຍແຜ່ອາວຸດນິວເຄຼຍ (NPT) ໃນປີ 2026. ກອງປະຊຸມມີການເຂົ້າຮ່ວມຂອງຜູ້ຕາງໜ້າ 191 ປະເທດ ສະມາຊິກສົນທິສັນຍາ ແລະ ກ່ວາ 80 ອົງການຈັດຕັ້ງສາກົນ, ອົງການບໍ່ຂຶ້ນກັບລັດຖະບານທີ່ເຄື່ອນໄຫວໃນຂົງເຂດຫຼຸດຜ່ອນ ແລະ ບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ.

ກ່າວຄຳເຫັນນະທີ່ນີ້, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ສະແດງການສະໜັບສະໜູນເລື່ອງນຳສົນທິສັນຍາຫ້າມການທົດລອງອາວຸດນິວເຄຼຍຢ່າງຮອບດ້ານ(CTBT)  ມີຜົນບັງຄັບໃຊ້ ແລະ ປະຕິບັດສົນທິສັນຍາຫ້າມອາວຸດນິວເຄຼຍ (TPNW) ໂດຍໄວ. ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ຢັ້ງຢືນຄືນໃໝ່ນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ໃນຄຳໝັ້ນສັນຍາປະຕິບັດບັນດາເປົ້າໝາຍ NPT ແລະ ສິດອັນຊອບທຳຂອງບັນດາປະເທດໃນການນຳໃຊ້ພະລັງລັງນິວເຄຼຍເພື່ອເປົ້າໝາຍສັນຕິພາບ.

ພິເສດ,ກອງປະຊຸມ PrepCom3 ໄດ້ເຫັນດີເປັນເອກະພາບສະເໜີຫວຽດນາມ ດຳລົງຕຳແໜ່ງປະທານກອງປະຊຸມສຳຫຼວດກວດຄືນ NPT ຄັ້ງທີ 11 ໃນປີ 2026 ບົນພື້ນຖານການສະເໜີຂອງ 120 ປະເທດສະມາຊິກຊອງຂະບວນການບໍ່ຮ່ວມກຸ່ມ (NAM).

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕັກເຕືອນແຂວງທ້າຍບິ່ງຕ້ອງຄົ້ນຄ້ວາ, ຂຸດຄົ້ນທີ່ດິນຢ່າງມີປະສິດທິຜົນ, ເຮັດໃຫ້ໃໝ່ບັນດາກຳລັງໜູນເຕີບໂຕທີ່ມີຢູ່ແລ້ວ.

Top