ວັນທີ 12 ພຶດສະພາ ແມ່ນວັນບຸນວິສາຂະບູຊາ. ມີຫຼາຍການເຄື່ອນໄຫວໄດ້ຈັດຂຶ້ນຢູ່ຫຼາຍທ້ອງຖິ່ນຂອງ ຫວຽດນາມ ເພື່ອສະເຫຼີມສະຫຼອງເຫດການນີ້.
ທ່ານ ຫງວຽນແມັ້ງເກືອງ ຫົວໜ້າຄະນະຂົນຂວາຍປະຊາຊົນ ແລະ ໂຄສະນາສຶກສາ ຄະນະພັກນະຄອນ ນະຄອນໂຮ່ຈີມິນ ກ່າວຄຳເຫັນທີ່ວັນບຸນ
ຢູ່ສຳນັກງານສະມາຄົມພຸດທະສາສະໜາ ຫວຽດນາມ (ວັດກວນຊື - ຮ່າໂນ້ຍ), ສະພາສົງ, ສະພາບໍລິຫານງານສະມາຄົມພຸດທະສາສະໜາ ຫວຽດນາມ ໄດ້ເປັນກຽດຈັດຕັ້ງວັນບຸນວິສາຂະບູຊາ ພສ.2569 – 2025 ຢ່າງສົມກຽດ.
ໃນຂະນະນັ້ນ, ວັນບຸນວິສາຂະບູຊາ ພສ.2569 ໂດຍຄະນະບໍລິຫານງານສະມາຄົມພຸດທະສາສະໜາ ຫວຽດນາມ ນະຄອນໂຮ່ຈີມິນ ໄດ້ຈັດຂຶ້ນຢູ່ ວັດຫວຽດນາມກວັກຕື (ເມືອງ 10, ນະຄອນ ໂຮ່ຈີມິນ) ໃນຕອນເຊົ້າວັນທີ 12 ພຶດສະພາ ເຊິ່ງດຶງດູດການເຂົ້າຮ່ວມຂອງພະສົງສຳມະເນນ, ພຸດທະສາສະນິກະຊົນເປັນຈຳນວນຫຼາຍ. ກ່ວາຄຳເຫັນທີພິທີ, ທ່ານ ຫງວຽນແມັ້ງເກືອງ ຫົວໜ້າຄະນະຂົນຂວາຍປະຊາຊົນ ແລະ ໂຄສະນາສຶກສາ ຄະນະພັກນະຄອນ ນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ:
ພວກຂ້າພະເຈົ້າຍາມໃດກໍ່ກຳນົດການສ້າງສາ ແລະ ເສີມຂະຫຍາຍກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ໃນນັ້ນມີການສະໜິດຕິດພັນ ບັນດາອົງການສາສະໜາເວົ້າລວມ ແລະ ສະມາຄົມພຸດທະສາສະໜາ ຫວຽດນາມ ເວົ້າສະເພາະແມ່ນປັດໄຈສຳຄັນ ເພື່ອຮັກສາ, ມີສະຖຽນລະພາບ, ພັດທະນາແບບຍືນຍົງ ແລະ ຍົກສູງຄຸນນະພາບການດຳລົງຊີວິດດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ.
(ແຫຼ່ງຄັດຈາກ VOV)