• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລຂາທິການໃຫຍ່ ໂຕເລີມ ເຈລະຈາກັບປະທານາທິບໍດີ ເບລາຣຸດ Lukashenko

ວັນທີ 12 ພຶດສະພານີ້, ໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ສາທາລະນະລັດເບລາຣຸດ, ຢູ່ນະຄອນຫຼວງ Minsk, ພາຍຫຼັງພິທີຕ້ອນຮັບຢ່າງສົມກຽດທີ່ທຳນຽບເອກະລາດ, ທ່ານເລຂາທິການໃຫຍ່ ໂຕເລີມ ໄດ້ມີການເຈລະຈາກັບປະທານາທິບໍດີເບລາຣຸດ A. Lukashenko.

ທ່ານເລຂາທິການໃຫຍ່ ໂຕເລີມ ເຈລະຈາກັບປະທານາທິບໍດີ ເບລາຣຸດ Lukashenko

ທີ່ການພົບປະເຈລະຈາ, ການນຳ 2 ທ່ານ ຢືນຢັນເຖິງຄວາມສຳຄັນຂອງການຮັກສາການຕິດຕໍ່ພົວພັນໃນທຸກຂັ້ນ, ພິເສດແມ່ນຂັ້ນສູງ ແລະ ລະຫວ່າງບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຂອງ 2 ປະເທດ, ພ້ອມທັງເນັ້ນໜັກເຖິງການ ຊຸກຍູ້ບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວຢ່າງມີປະສິດທິຜົນ ດ້ວຍບັນດາມາດຕະການທີ່ເໝາະສົມ ກັບ ສະພາບການ ແລະ ເງື່ອນໄຂຂອງແຕ່ລະປະເທດ.

ໃນຂົງເຂດເສດຖະກິດ, ການຄ້າ ແລະ ການລົງທຶນ, ການນຳສອງທ່ານໄດ້ເຫັນດີເປັນເອກະພາບຂຸດຄົ້ນຄວາມສາມາດບົ່ມຊ້ອນຮ່ວມມືຈາກສັນຍາການຄ້າເສລີ ຫວຽດນາມ ແລະ ສະຫະພັນເສດຖະກິດອາຊີ-ເອີລົບ (EAEU), ເຊິ່ງ ເບລາຣຸດ ເຂົ້າເປັນສະມາຊິກ. ທ່ານເລຂາທິການໃຫຍ່ ໂຕເລີມໄດ້ສະເໜີໃຫ້ ເບລາຣຸດ ສົມທົບກັນຄົ້ນຄວ້າບັນດາມາດຕະການອຳນວຍຄວາມສະດວກໃຫ້ແກ່ການເຂົ້າເຖິງບັນດາຜະລິດຕະພັນກະເສດ, ສິນໃນນ້ຳ, ອາຫານທະເລ, ຝຸ່ນກະເສດອອກສູ່ຕະຫຼາດເຊິ່ງກັນ ແລະ ກັນ, ເຮັດໃຫ້ການນຳເຂົ້າ-ສົ່ງອອກລະຫວ່າງສອງປະເທດເພີ່ມຂຶ້ນ.

  2 ຝ່າຍກໍ່ເຫັນດີເປັນເອກະພາບບັນດາ ມາດຕະການສຳຄັນເພື່ອເປີດກວ້າງການຮ່ວມມືໃນບັນດາຂົງເຂດທີ່ມີທ່າແຮງຄື:ເຕັກໂນໂລຊີຂໍ້ມູນຂ່າວສານ,  ການຫັນເປັນດີຈີຕອນ, ການສຶກສາ ແລະ ບຳລຸງສ້າງ, ພິເສດແມ່ນໃນຂົງເຂດວິທະຍາສາດ ພື້ນຖານ, ວັດທະນະທຳ, ສິລະປະ ແລະ ກິລາ, ການຄົ້ນຄວ້າວິທະຍາສາດ; ຢືນຢັນວ່າ 2 ຝ່າຍໄດ້ລົງນາມໃນສັນຍາຍົກເວັ້ນວີຊາໃຫ້ຜູ້ຖືໜັງສືຜ່ານແດນສາມັນມີຜົນສັກສິດແຕ່ວັນທີ 30 ມັງກອນ 2025 ແລະ ການຈັດຕັ້ງບັນດາໂຄງການຮ່ວມມືດ້ານວັດທະນະທຳຈະສ້າງເງື່ອນໄຂສະດວກເພື່ອເພີ່ມທະວີການຮ່ວມມື ແລະ ແລກປ່ຽນໃນໄລຍະຈະມາເຖິງ.

    ໃນຂອບເຂດຫຼາຍຝ່າຍ, 2 ຝ່າຍໄດ້ເຫັນດີສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ພິເສດແມ່ນຢູ່ສະຫະປະຊາຊາດ. ທ່ານເລຂາທິການໃຫຍ່ ໂຕເລີມ ຮຽກຮ້ອງ ເບລາຣຸດ ສະໜັບສະໜູນຫຼັກໝັ້ນຂອງ ຫວຽດນາມ ແລະ ອາຊຽນ ກ່ຽວກັບບັນຫາທະເລຕາເວັນອອກ, ເນັ້ນໜັກເຖິງການແກ້ ໄຂການຂັດແຍ້ງກັນໂດຍ ສັນຕິວິທີ, ບົນພື້ນຖານກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນ, ໃນນັ້ນມີສົນທິສັນຍາ ສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.

    ພາຍຫຼັງການເຈລະຈາ, ການນຳສອງທ່ານໄດ້ລົງນາມໃນຖະແຫຼງການຮ່ວມກ່ຽວກັບການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ເບລາຣຸດ ແລະ ເປັນສັກຂີພິຍານພິທີມອບຮັບບັນດາເອກະສານຮ່ວມມືໃນຂົງເຂດປ້ອງກັນປະເທດ, ວິທະຍາສາດ ແລະ ເຕັກໂນໂລຢີ, ຍຸຕິທຳ, ສາທາລະນະສຸກ, ວັດທະນະທຳ, ວິທະຍຸກະຈາຍສຽງ ແລະ ການພົວພັນແລກປ່ຽນປະຊາຊົນ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕັກເຕືອນແຂວງທ້າຍບິ່ງຕ້ອງຄົ້ນຄ້ວາ, ຂຸດຄົ້ນທີ່ດິນຢ່າງມີປະສິດທິຜົນ, ເຮັດໃຫ້ໃໝ່ບັນດາກຳລັງໜູນເຕີບໂຕທີ່ມີຢູ່ແລ້ວ.

Top