• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມມີ​ບັນ​ດາ​ການປະ​ກອບ​ສ່ວນ​ທີ່​ພົ້ນ​ເດັ​່ນ​ ຢູ່ ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ASEM

ໝາກຜົນທີ່ພົ້ນເດັ່ນແມ່ນກອງປະຊຸມໄດ້ເຫັນດີເປັນເອກະພາບວ່າ ASEM ຄວນສືບຕໍ່ເດີນໜ້າໃນການຊຸກຍູ້ລັດທິຫຼາຍຝ່າຍຢ່າງເຂັ້ມແຂງ, ມີປະສິດຜົນແລະມີຄວາມເປັນລະບຽບຮຽບຮ້ອຍສາກົນໂດຍອີງໃສ່ລະບຽບກົດໝາຍ, ປັບປຸງລະບົບການຄ້າຫຼາຍຝ່າຍ,ບົດບາດໃຈກາງຂອງອົງການການຄ້າໂລກ (WTO), ຕ້ານລັດທິອາລັກຂາໃນທຸກຮູບແບບ.

ຜູ້ແທນບັນດາປະເທດເຂົ້າຮ່ວມກອງປະຊຸມ (ພາບ:baochinhphu.vn) 

 ຕີລາຄາສູງກ່ຽວກັບກອງປະຊຸມລັດຖະມົນຕີການຕ່າງປະເທດອາຊີ-ເອີລົບ (ASEM) ຄັ້ງທີ 14, ເຊິ່ງໄດ້ດຳເນີນ ໃນວັນທີ15-16 ທັນວາ, ທີ່Madrid, (ປະເທດແອດສະປາຍ),ທີ່ ກອງປະຊຸມ ASEM, ທ່ານນາງ ຫງວຽນມິງຮັ່ງ ຫົວໜ້າຄະນະເຈົ້າໜ້າທີ່ອາວຸໂສ (SOM) ຂອງຫວຽດນາມໃຫ້ຮູ້ວ່າ: ໝາກຜົນທີ່ພົ້ນເດັ່ນແມ່ນກອງປະຊຸມໄດ້ເຫັນດີເປັນເອກະພາບວ່າ ASEM ຄວນສືບຕໍ່ເດີນໜ້າໃນການຊຸກຍູ້ລັດທິຫຼາຍຝ່າຍຢ່າງເຂັ້ມແຂງ, ມີປະສິດຜົນແລະມີຄວາມເປັນລະບຽບຮຽບຮ້ອຍສາກົນໂດຍອີງໃສ່ລະບຽບກົດໝາຍ, ປັບປຸງລະບົບການຄ້າຫຼາຍຝ່າຍ,ບົດບາດໃຈກາງຂອງອົງການການຄ້າໂລກ (WTO), ຕ້ານລັດທິອາລັກຂາໃນທຸກຮູບແບບ.

        ຄະນະຜູ້ແທນຫວຽດນາມເຊິ່ງນຳໂດຍທ່ານຟ້າມບິ່ງມິງຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ໄດ້ມີການເຂົ້າຮ່ວມຢ່າງຕັ້ງໜ້າແລະມີບັນດາການປະກອບສ່ວນທີ່ພົ້ນເດັ່ນຢູ່ ກອງປະຊຸມ, ປະກອບສ່ວນເຂົ້າໃນຜົນສຳເລັດລວມ. ບັນດາສະມາຊິກ ASEM ສະໜັບສະໜູນຄວາມມານະພະຍາຍາມຂອງ ASEAN ແລະບຸລິມະສິດຂອງ ຫວຽດນາມໃນປີ 2020 ແນໃສ່ສືບຕໍ່ຊຸກຍູ້ການສ້າງປະຊາຄົມໂດຍອີງໃສ່ລະບຽບກົດໝາຍ, ມຸ່ງໄປສູ່ປະຊາຊົນ, ຜູກພັນກັນຢ່າງແໜ້ນແຟ້ນເພື່ອເປັນເຈົ້າການໃນການປັບຕົວຢ່າງມີປະສິດທິຜົນ.

        ກ່ຽວຂ້ອງເຖິງບັນຫາທະເລທະເລຕາເວັນອອກ, ສະມາຊິກຫຼາຍປະເທດກໍ່ໄດ້ແບ່ງປັນຂໍ້ສະເໜີຂອງຫວຽດນາມກ່ຽວກັບການເພີ່ມທະວີການເຈລະຈາ, ສ້າງຄວາມໄວ້ເນື້ອເຊື່ອໃຈ, ປະຕິບັດຕາມກົດໝາຍສາກົນແລະບັນດາມາດຕະຖານລວມ, ປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນແລະ ມີປະສິດທິຜົນ,ສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ຢ່າງມີປະສິດທິພາບ, ປະສິດທິຜົນ, ປະກອບສ່ວນຮັກສາສັນຕິພາບແລະສະຖຽນລະພາບຢູ່ ອາຊີ-ປາຊີຟິກຮັບປະກັນຄວາມໝັ້ນຄົງແລະຄວາມປອດໄພໃນການເດີນເຮືອ, ການບິນ, ສ້າງເຂດທະເລຕາເວັນອອກໃຫ້ເປັນເຂດທະເລແຫ່ງສັນຕິພາບ, ຮ່ວມມືແລະພັດທະນາ.

        ບັນດາສະມາຊິກໃນ ASEM ຕ່າງກໍຢັ້ງຢືນວ່າ: ຈະເພີ່ມທະວີການສົມທົບກັນເມື່ອຫວຽດນາມດຳລົງຕຳແໜ່ງເປັນປະທານອາຊຽນໃນປີ 2020 ແລະເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020-2021./.

(ແຫຼ່ງຄັດຈາກ VOV)

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

10 ເຫດການທ່ີພົ້ນເດັ່ນ ຂອງ ໂລກ ໃນປີ 2025 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ຄັດເລືອກ

ຂໍເປັນກຽດ ນຳສະເໜີ 10 ເຫດການ ທີ່ພົ້ນເດັ່ນທີ່ສຸດຂອງ ໂລກ ໃນປີ 202ຸ5 ໂດຍສໍານັກຂ່າວສານ ຫວຽດນາມ ເປັນຜູ້ ຄັດເລືອກ:

Top