• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ໄດ້​ສ້າງ​ສຳ​ເລັດ​ນະ​ໂຍ​ບາຍ, ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ຄຸ້ມ​ຄອງ, ພັດ​ທະ​ນາ​ອາ​ຊີບ​ຫາ​ປາ​ແບບ​ຍືນ​ຍົງ

ຕາມທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ແລ້ວ, ຫວຽດນາມ ບໍ່ໄດ້ຖືການປະຕິບັດບັນດາຂໍ້ສະເໜີແນະໃນການປ້ອງກັນ, ຕ້ານ IUU ເພື່ອແນໃສ່ຈຸດປະສົງ “ຍົກເລີກບັດເຫຼືອງ” ຢ່າງດຽວເທົ່ານັ້ນ, ຫາກຍັງຖືນີ້ແມ່ນບັນຫາພັດທະນາແບບຍືນຍົງ, ປົກປ້ອງແຫຼ່ງຜົນປະໂຫຍດສິນໃນນ້ຳ ແລະ ການຫາເງິນລ້ຽງຊີບແບບຍາວນານຂອງປະຊາຊົນ, ພ້ອມທັງແມ່ນຄວາມຮັບຜິດຊອບຂອງ ຫວຽດນາມ ຕໍ່ກັບບັນດາບັນຫາພາກພື້ນ ແລະ ທົ່ວໂລກອີກດ້ວຍ.
   ການເຮັດວຽກກັບຄະນະກວດກາຂອງ EC (ພາບ: VOV)  

ຫວຽດນາມ ໄດ້ສ້າງສຳເລັດນະໂຍບາຍ, ຍົກສູງກຳລັງຄວາມສາມາດຄຸ້ມຄອງ, ພັດທະນາອາຊີບຫາປາແບບຍືນຍົງ. ນີ້ແມ່ນຄຳຢັ້ງຢືນຂອງທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີ ຫວຽດນາມ ໃນການເຮັດວຽກກັບຄະນະກວດກາຂອງຄະນະກຳມະການເອີຣົບ (EC) ເມື່ອຕອນບ່າຍວັນທີ 19 ມີນາ ເນື່ອງໃນໂອກາດມາ ຫວຽດນາມ ເພື່ອຕີລາຄາ, ພິຈາລະນາການປະຕິບັດການປ້ອງກັນ, ຕ້ານການຂຸດຄົ້ນສິນໃນນ້ຳແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ຖືກຕ້ອງຕາມຂໍ້ກຳນົດ (IUU) ຢູ່ ຫວຽດນາມ. ຕາມທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ແລ້ວ, ຫວຽດນາມ ບໍ່ໄດ້ຖືການປະຕິບັດບັນດາຂໍ້ສະເໜີແນະໃນການປ້ອງກັນ, ຕ້ານ IUU ເພື່ອແນໃສ່ຈຸດປະສົງ “ຍົກເລີກບັດເຫຼືອງ” ຢ່າງດຽວເທົ່ານັ້ນ, ຫາກຍັງຖືນີ້ແມ່ນບັນຫາພັດທະນາແບບຍືນຍົງ, ປົກປ້ອງແຫຼ່ງຜົນປະໂຫຍດສິນໃນນ້ຳ ແລະ ການຫາເງິນລ້ຽງຊີບແບບຍາວນານຂອງປະຊາຊົນ, ພ້ອມທັງແມ່ນຄວາມຮັບຜິດຊອບຂອງ ຫວຽດນາມ ຕໍ່ກັບບັນດາບັນຫາພາກພື້ນ ແລະ ທົ່ວໂລກອີກດ້ວຍ. ຫວຽດນາມ ໃຫ້ຄຳໝັ້ນສັນຍາ ໃນໄລຍະສັ້ນ ຈະສຳຫຼວດກວດຄືນ, ປັບປຸງບັນດາຂໍ້ກຳນົດທີ່ກ່ຽວຂ້ອງ; ແກ້ໄຂບັນດາກໍລະນີລະເມີດຢ່າງເຂັ້ມງວດ ແລະ ແຈ້ງໝາກຜົນກ່ຽວກັບ IUU ຢ່າງເປີດເຜີຍ.

        ສ່ວນທ່ານ Fernando Andresen Guimaraes ຫົວໜ້າຄະນະກວດກາ IUU ຖືວ່າ ຫວຽດນາມ ມີບັນດາຄວາມມານະພະຍາຍາມຢ່າງກະໂດດຂັ້ນ, ບັນລຸໄດ້ຄືບໜ້າໃຫຍ່ ເພື່ອແນໃສ່ຍົກເລີກບັດເຫຼືອງ IUU. EC ຍາມໃດກໍພ້ອມແລ້ວທີ່ຈະໃຫ້ການໜູນຊ່ວຍ ຫວຽດນາມ ເພື່ອສິ້ນສຸດວິວັດທະນາການນີ້ ແລະ ຍົກເລີກບັດເຫຼືອງໂດຍໄວ.

(ແຫຼ່ງຄັດຈາກ VOV)

ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ຢ່າງ​ສະ​ໜິດ​ແໜ້ນ​ລະ​ຫວ່າງ​ສອງ​ກະ​ຊວງ​ຕຳຫຼວດ ຫວຽດ​ນາມ - ລາວ

ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ຢ່າງ​ສະ​ໜິດ​ແໜ້ນ​ລະ​ຫວ່າງ​ສອງ​ກະ​ຊວງ​ຕຳຫຼວດ ຫວຽດ​ນາມ - ລາວ

ວັນທີ 20 ມີນາ, ຢູ່ຮ່າໂນ້ຍ,: ທ່ານ ພົນເອກ ເລືອງຕາມກວາງ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ເປັນເຈົ້າພາບພິທີຕ້ອນຮັບ ແລະ ໂອ້ລົມສົນທະນາກັບທ່ານພົນໂທ ວັນທອງ ກອງມະນີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລາວ.

Top