• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ແລະ ອິນ​ເດຍ ຕົກ​ລົງ​ຍູ້​ແຮງ​ການ​ຮ່ວມ​ມື​ສອງ​ຝ່າຍ​ໃຫ້​ມີ​ປະ​ສິດ​ທິ​ຜົນ ແລະ ແທດ​ຈິງ

ເນື່ອງໃນໂອກາດເຂົ້າຮ່ວມກອປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ອິນເດຍ ສະໄໝພິເສດ ຢູ່ນະຄອນຫຼວງ New Delhi, ຕອນຄ່ຳວັນທີ 17 ມິຖຸນາ, ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ພົບປະ ແລະ ເຈລະຈາກັບທ່ານ Subrahmanyam Jaishankar ລັດຖະມົນຕີການຕ່າງປະເທດ ອິນເດຍ.

ເນື່ອງໃນໂອກາດເຂົ້າຮ່ວມກອປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ອິນເດຍ ສະໄໝພິເສດ ຢູ່ນະຄອນຫຼວງ New Delhi, ຕອນຄ່ຳວັນທີ 17 ມິຖຸນາ, ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ພົບປະ ແລະ ເຈລະຈາກັບທ່ານ Subrahmanyam Jaishankar  ລັດຖະມົນຕີການຕ່າງປະເທດ ອິນເດຍ.

    

ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີການຕ່າງປະເທດ ຫວຽດນາມ ແລະ ທ່ານ Subrahmanyam Jaishankar  ລັດຖະມົນຕີການຕ່າງປະເທດ ອິນເດຍ (ພາບ: TTXVN)

ທີ່ການພົບປະ, ລັດຖະມົນຕີສອງທ່ານຕົກລົງນຳກັນວ່າ ຄວນຜັນຂະຫຍາຍບັນດາມາດຕະການເພີ່ມທະວີການພົວພັນທຸກດ້ານຫຼາຍກວ່າອີກ, ຍົກວົງເງິນການຄ້າສອງຝ່າຍໃຫ້ບັນລຸ 15 ຕື້ USD ໃນປີ 2022 ນີ້, ຍູ້ແຮງການຮ່ວມມືໃນທຸກຂົງເຂດທີ່ແຕກຕ່າງກັນ ເປັນຕົ້ນແມ່ນ ວັດທະນະທຳ, ການພົວພັນແລກປ່ຽນປະຊາຊົນ, ວິທະຍາສາດເຕັກໂນໂລຢີ, ພະລັງງານ, ການສຶກສາ - ກໍ່ສ້າງ… ໃຫ້ມີປະສິດທິຜົນ ແລະ ແທດຈິງກວ່າ; ແກ້ໄຂຂໍ້ຕິດຂັດໃນຫຼາຍໂຄງການຮ່ວມມືລົງທຶນກໍຄືການຄ້າ ເພື່ອມຸ່ງໄປເຖິງການຄ້າແບບຍືນຍົງ ແລະ ປອດໃສ. ເນື່ອງໃນໂອກາດນີ້, ລັດຖະມົນຕີສອງທ່ານກໍໄດ້ເປັນສັກຂີພິຍານພິທີແລກປ່ຽນບົດບັນທຶກຊ່ວຍຈຳການຮ່ວມມືໃນຂົງເຂດຄວາມປອດໄພດ້ານຂໍ້ມູນຂ່າວສານທາງອິນເຕີແນັດ ລະຫວ່າງ ສູນຊ່ວຍກູ້ຂໍ້ມູນສຸກເສີນທາງອິນເຕີແນັດ, ຂຶ້ນກັບກົມຄວາມປອດໄພດ້ານຂໍ້ມູນຂ່າວສານ ຂອງກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ແລະ ສູນຊ່ວຍກູ້ຂໍ້ມູນສຸກເສີນຄອມພິວເຕີ ອິນເດຍ,  ຂຶ້ນກັບກະຊວງເອເລັກໂຕນິກ ແລະ ເຕັກໂນໂລຢີຂໍ້ມູນຂ່າວສານອິນເດຍ.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top