ຂ່າວສານ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ຕ້ອນຮັບການນຳ ພັກກອມມູນິດ ການາດາ 26/09/2026 ຕອນບ່າຍວັນທີ 25 ກັນຍາ (ຕາມເວລາທ້ອງຖິ່ນ), ທ່ານ ໂຕເລີມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ຕ້ອນຮັບ ທ່ານ Drew Garvie, ເລຂາທິການໃຫຍ່ພັກກອມມູນິດ ການາດາ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ຕ້ອນຮັບການນຳ ພັກກອມມູນິດ ການາດາ (ພາບ: VNA) ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ຂອບໃຈພັກກອມມູນິດ ການາດາ ທີ່ຍາມໃດກໍ່ສະໜັບສະໜູນພັກກອມມູນິດ ຫວຽດນາມ, ທ່ານຢືນຢັນວ່າ ພັກກອມມູນິດ ຫວຽດນາມ ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ປາດຖະໜາຢາກເພີ່ມທະວີການແລກປ່ຽນ, ແບ່ງປັນບົດຮຽນລະຫວ່າງສອງພັກ; ສືບຕໍ່ສະໜັບສະໜູນການພັດທະນາການພົວພັນລະຫວ່າງ ຫວຽດນາມ-ການາດາ; ໜູນຊ່ວຍປະຊາຄົມຊາວ ຫວຽດນາມ ອາໄສຢູ່ ການາດາ ເຊື່ອມໂຍງ, ພັດທະນາ ແລະ ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່ມິດຕະພາບລະຫວ່າງສອງປະເທດ. ສອງຝ່າຍສະແດງຄວາມຊົມເຊີຍເລື່ອງ ຫວຽດນາມ ແລະ ການາດາ ໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ, ພ້ອມກັນນັ້ນກໍ່ເຫັນດີເປັນເອກະພາບຊຸກຍູ້ການຮ່ວມມືໃນບັນດາຂົງເຂດການເມືອງ, ເສດຖະກິດ, ວິທະຍາສາດ - ເຕັກໂນໂລຊີ, ການສຶກສາ ແລະ ການປະສານສົມທົບກັນຢູ່ເວທີປາໄສຫຼາຍຝ່າຍ. (ແຫຼ່ງຄັດຈາກ VOV)

ຕອນບ່າຍວັນທີ 25 ກັນຍາ (ຕາມເວລາທ້ອງຖິ່ນ), ທ່ານ ໂຕເລີມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ຕ້ອນຮັບ ທ່ານ Drew Garvie, ເລຂາທິການໃຫຍ່ພັກກອມມູນິດ ການາດາ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ຕ້ອນຮັບການນຳ ພັກກອມມູນິດ ການາດາ (ພາບ: VNA) ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ຂອບໃຈພັກກອມມູນິດ ການາດາ ທີ່ຍາມໃດກໍ່ສະໜັບສະໜູນພັກກອມມູນິດ ຫວຽດນາມ, ທ່ານຢືນຢັນວ່າ ພັກກອມມູນິດ ຫວຽດນາມ ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ປາດຖະໜາຢາກເພີ່ມທະວີການແລກປ່ຽນ, ແບ່ງປັນບົດຮຽນລະຫວ່າງສອງພັກ; ສືບຕໍ່ສະໜັບສະໜູນການພັດທະນາການພົວພັນລະຫວ່າງ ຫວຽດນາມ-ການາດາ; ໜູນຊ່ວຍປະຊາຄົມຊາວ ຫວຽດນາມ ອາໄສຢູ່ ການາດາ ເຊື່ອມໂຍງ, ພັດທະນາ ແລະ ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່ມິດຕະພາບລະຫວ່າງສອງປະເທດ. ສອງຝ່າຍສະແດງຄວາມຊົມເຊີຍເລື່ອງ ຫວຽດນາມ ແລະ ການາດາ ໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ, ພ້ອມກັນນັ້ນກໍ່ເຫັນດີເປັນເອກະພາບຊຸກຍູ້ການຮ່ວມມືໃນບັນດາຂົງເຂດການເມືອງ, ເສດຖະກິດ, ວິທະຍາສາດ - ເຕັກໂນໂລຊີ, ການສຶກສາ ແລະ ການປະສານສົມທົບກັນຢູ່ເວທີປາໄສຫຼາຍຝ່າຍ.
ບັນດາບົດຕໍ່ໄປ ທິມຊາດບານເຕະ ຫວຽດນາມ ໄດ້ຮັບໄຊຊະນະໃນນັດທຳອິດຢູ່ FIFA ASEAN Cup 202627/09/2026ຂ່າວສານຫວຽດນາມ ໄດ້ຮັບ 3 ຄະແນນໃນນັດແຂ່ງຂັນທຳອິດ. ສັນຕະປາປາ Leo XIV ຢ້ຽມຢາມ ຝລັ່ງ, ຊຸກຍູ້ສານກ່ຽວກັບ AI ແລະ ອະນາຄົດຂອງ ເອີລົບ26/09/2026ຂ່າວສານຫວຽດນາມ - ອີຢູ ຈັດວາລະປະຊຸມຄະນະກຳມະການປະສົມ ຄັ້ງທີ 726/09/2026ຂ່າວສານທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ພົບປະກັບເຄືອຂ່າຍ ຜູ້ຊ່ຽວຊານ ແລະ ນັກວິທະຍາສາດ ຫວຽດນາມ ປະຈຳ ການາດາ26/09/2026ຂ່າວສານຫວຽດນາມ ແລະ ການາດາ ອອກຖະແຫຼງການຮ່ວມຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ25/09/2026ຂ່າວສານທ່ານເລຂາທິຫານໃຫຍ່, ປະທານປະເທດ ໂຕເລິມ: ວິທະຍາສາດ ແລະ ເຕັກໂນໂລຢີ ຕ້ອງກາຍເປັນເສົາຄ້ຳສຳຄັນຂອງການພົວພັນໃໝ່ ຫວຽດນາມ - ການາດາ25/09/2026ຂ່າວສານປະທານປະເທດ ຈີນ ຢາກໃຫ້ ຈີນ ແລະ ອາເມລິກາ ນຳການພົວພັນອັນໝັ້ນທ່ຽງທາງຍຸດທະສາດກາຍເປັນການກະທຳ, ຮ່ວມມື AI25/09/2026ຂ່າວສານ ອ່ານເພີ່ມ