ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ຕ້ອນຮັບການນຳ ພັກກອມມູນິດ ການາດາ

ຕອນບ່າຍວັນທີ 25 ກັນຍາ (ຕາມເວລາທ້ອງຖິ່ນ), ທ່ານ ໂຕເລີມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ຕ້ອນຮັບ ທ່ານ Drew Garvie, ເລຂາທິການໃຫຍ່ພັກກອມມູນິດ ການາດາ.
  ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ຕ້ອນຮັບການນຳ ພັກກອມມູນິດ ການາດາ (ພາບ: VNA)  
ທີ່​ການ​ຕ້ອນ​ຮັບ, ທ່ານເລຂາທິການໃຫຍ່, ປະ​ທານ​ປະ​ເທດ ໂຕເລີມ ໄດ້ຂອບໃຈພັກກອມມູນິດ ການາດາ ທີ່ຍາມ​ໃດ​ກໍ່ສະໜັບສະໜູນພັກກອມມູນິດ ຫວຽດນາມ, ທ່ານ​ຢືນ​ຢັນ​ວ່າ ພັກ​ກອມ​ມູ​ນິດ ຫວຽດ​ນາມ ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນມິດຕະພາບທີ່ເປັນມູນເຊື້ອ ແລະ ປາດຖະໜາຢາກເພີ່ມທະວີການແລກປ່ຽນ, ແບ່ງປັນບົດ​ຮຽນລະຫວ່າງສອງພັກ; ສືບຕໍ່ສະໜັບສະໜູນການພັດທະນາ​ການພົວພັນລະຫວ່າງ ຫວຽດນາມ-ການາດາ; ໜູນ​ຊ່ວຍ​ປະ​ຊາ​ຄົມ​ຊາວ ຫວຽດນາມ ອາ​ໄສ​ຢູ່ ການາດາ ເຊື່ອມໂຍງ, ພັດທະນາ ແລະ ເສີມ​ຂະ​ຫຍາຍບົດບາດ​ເປັນ​ຂົວ​ເຊື່ອມ​ຕໍ່ມິດຕະພາບລະຫວ່າງສອງປະເທດ. ສອງຝ່າຍສະແດງຄວາມ​ຊົມ​ເຊີຍ​ເລື່ອງ ຫວຽດນາມ ແລະ ການາດາ ໄດ້ຍົກລະດັບ​ການພົວພັນ​ຂຶ້​ນ​ເປັນຄູ່ຮ່ວມມືຍຸດທະສາດ, ພ້ອມ​ກັນ​ນັ້ນ​ກໍ່​ເຫັນ​ດີເປັນເອກະພາບ​ຊຸກ​ຍູ້ການຮ່ວມມື​ໃນບັນດາຂົງເຂດການ​ເມືອງ, ເສດຖະກິດ, ວິທະຍາສາດ - ເຕັກໂນໂລຊີ, ການສຶກສາ ແລະ ການປະສານສົມ​ທົບ​ກັນ​ຢູ່ເວທີປາໄສຫຼາຍຝ່າຍ.

top