ຂ່າວສານ

ຫວຽດ​ນາມ ແລະ ອິນ​ເດຍ ຕົກ​ລົງ​ຍູ້​ແຮງ​ການ​ຮ່ວມ​ມື​ສອງ​ຝ່າຍ​ໃຫ້​ມີ​ປະ​ສິດ​ທິ​ຜົນ ແລະ ແທດ​ຈິງ

ເນື່ອງໃນໂອກາດເຂົ້າຮ່ວມກອປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ອິນເດຍ ສະໄໝພິເສດ ຢູ່ນະຄອນຫຼວງ New Delhi, ຕອນຄ່ຳວັນທີ 17 ມິຖຸນາ, ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ພົບປະ ແລະ ເຈລະຈາກັບທ່ານ Subrahmanyam Jaishankar ລັດຖະມົນຕີການຕ່າງປະເທດ ອິນເດຍ.

ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີການຕ່າງປະເທດ ຫວຽດນາມ ແລະ ທ່ານ Subrahmanyam Jaishankar  ລັດຖະມົນຕີການຕ່າງປະເທດ ອິນເດຍ (ພາບ: TTXVN)

ທີ່ການພົບປະ, ລັດຖະມົນຕີສອງທ່ານຕົກລົງນຳກັນວ່າ ຄວນຜັນຂະຫຍາຍບັນດາມາດຕະການເພີ່ມທະວີການພົວພັນທຸກດ້ານຫຼາຍກວ່າອີກ, ຍົກວົງເງິນການຄ້າສອງຝ່າຍໃຫ້ບັນລຸ 15 ຕື້ USD ໃນປີ 2022 ນີ້, ຍູ້ແຮງການຮ່ວມມືໃນທຸກຂົງເຂດທີ່ແຕກຕ່າງກັນ ເປັນຕົ້ນແມ່ນ ວັດທະນະທຳ, ການພົວພັນແລກປ່ຽນປະຊາຊົນ, ວິທະຍາສາດເຕັກໂນໂລຢີ, ພະລັງງານ, ການສຶກສາ - ກໍ່ສ້າງ… ໃຫ້ມີປະສິດທິຜົນ ແລະ ແທດຈິງກວ່າ; ແກ້ໄຂຂໍ້ຕິດຂັດໃນຫຼາຍໂຄງການຮ່ວມມືລົງທຶນກໍຄືການຄ້າ ເພື່ອມຸ່ງໄປເຖິງການຄ້າແບບຍືນຍົງ ແລະ ປອດໃສ. ເນື່ອງໃນໂອກາດນີ້, ລັດຖະມົນຕີສອງທ່ານກໍໄດ້ເປັນສັກຂີພິຍານພິທີແລກປ່ຽນບົດບັນທຶກຊ່ວຍຈຳການຮ່ວມມືໃນຂົງເຂດຄວາມປອດໄພດ້ານຂໍ້ມູນຂ່າວສານທາງອິນເຕີແນັດ ລະຫວ່າງ ສູນຊ່ວຍກູ້ຂໍ້ມູນສຸກເສີນທາງອິນເຕີແນັດ, ຂຶ້ນກັບກົມຄວາມປອດໄພດ້ານຂໍ້ມູນຂ່າວສານ ຂອງກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ແລະ ສູນຊ່ວຍກູ້ຂໍ້ມູນສຸກເສີນຄອມພິວເຕີ ອິນເດຍ,  ຂຶ້ນກັບກະຊວງເອເລັກໂຕນິກ ແລະ ເຕັກໂນໂລຢີຂໍ້ມູນຂ່າວສານອິນເດຍ.

(ແຫຼ່ງຄັດຈາກ VOV)

top