ວັນທີ 20 ມີນາ, ຢູ່ນະຄອນຫຼວງ Colombo, ທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫ໋າຍ ໄດ້ໃຫ້ພົບປະກັບທ່ານນາງນາຍົກລັດຖະມົນຕີ ສີລັງກາ Harini Amarasuriya, ພົບປະກັບປະທານສະພາແຫ່ງຊາດ ສີລັງກາ Jagath Wickramaratne, ໂອ້ລົມສົທະນາກັບທ່ານຮອງປະທານສະພາແຫ່ງຊາດ ສີລັງກາ Lanka Rizvie Salih.
ທີ່ການພົບປະກັບທ່ານນາງນາຍົກລັດຖະມົນຕີ ສີລັງກາ Harini Amarasuriya, ທັງສອງຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ ໃຫ້ຫຼາຍກ່ວາອີກ, ພະຍາຍາມນຳວົງເງິນການຄ້າສອງສົ້ນບັນລຸຄາດໝາຍ 1 ຕື້ USD, ພິຈາລະນາເຈລະຈາການເຊັນສັນຍາການຄ້າເສລີໂດຍໄວ ແລະ ຊຸກຍູ້ຄວາມສາມາດມີເສັ້ນທາງການບິນໂດຍກົງ ເພື່ອສ້າງຄວາມສະດວກໃຫ້ແກ່ການພົບປະແລກປ່ຽນ, ການຄ້າ, ການທ່ອງທ່ຽວ, ເສີມຂະຫຍາຍບັນດາຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຕ່ລະປະເທດ.
ທີ່ການພົບປະກັບທ່ານປະທານສະພາແຫ່ງຊາດ ສີລັງກາ Jagath Wickramaratne ສອງຝ່າຍໄດ້ເຫັນດີເປັນເອກະພາບ ກ່ຽວກັບອົງການສະພາແຫ່ງຊາດສອງປະເທດຄວນເພີ່ມທະວີການຮ່ວມມື, ແບ່ງປັນບົດຮຽນປະສົບການ, ເປັນຕົ້ນແມ່ນການສ້າງລະບອບລະບຽບການ, ບູລະນະລະບົບກົດໝາຍໃຫ້ແກ່ການພັດທະນາເສດຖະກິດດີຈີຕອນ ແລະ ສັງຄົມດີຈີຕອນ.
ໃນການໂອ້ລົມສົນທະນາລະຫວ່າງທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫ໋າຍ ແລະ ຄູ່ຮ່ວມຕຳແໜ່ງ ສີລັງກາ ທ່ານ Rizvie Salih, ສອງຝ່າຍໄດ້ເນັ້ນໜັກວ່າ ນີ້ແມ່ນຈຸດເວລາສະດວກເພື່ອເພີ່ມເຕີມບັນດາກຳລັງໜູນໃໝ່ແນໃສ່ນຳການພົວພັນສອງຝ່າຍຂຶ້ນສູ່ລະດັບສູງໃໝ່.